spot_img
Homeຂ່າວການພັດທະນາການກໍ່ສ້າງທາງຮ່ອມ ບ້ານຫາດຊາຍຂາວ-ດົງສະຫວາດ ຊັກຊ້າ ຍ້ອນບັນຫາສິ່ງກີດຂວາງ

ການກໍ່ສ້າງທາງຮ່ອມ ບ້ານຫາດຊາຍຂາວ-ດົງສະຫວາດ ຊັກຊ້າ ຍ້ອນບັນຫາສິ່ງກີດຂວາງ

Published on

road construction

 

ໂຄງການກໍ່ສ້າງເສັ້ນທາງເບຕົງ ເຂົ້າຮ່ອມບ້ານຫາດຊາຍຂາວຫາບ້ານດົງສະຫວາດ ເມືອງຫາດຊາຍຟອງ ນະຄອນຫລວງ

ວຽງຈັນ ທີ່ມີຄວາມຍາວ 2 ກວ່າກິໂລແມັດ, ກວ້າງ 8 ແມັດ, ມີມູນຄ່າກໍ່ສ້າງສູງເຖິງ 42 ຕື້ກວ່າກີບ, ໂດຍແມ່ນການລົງທຶນ

ຮັບເໝົາກໍ່ສ້າງກ່ອນ 100% ຂອງບໍລິສັດ ແສງວິໄຊ ກໍ່ສ້າງຂົວທາງ ຈຳກັດໂດຍໄດ້ ເລີ່ມລົງມືກໍ່ສ້າງ, ມາແຕ່ເດືອນເມສາ

2014 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນ 3 ປີ. ແຕ່ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າປະມານ 10%

ໂດຍສະເພາະແມ່ນຢູ່ໃນຂັ້ນຕອນການອະນາໄມບ່າສອງຝາກທາງ, ແຕ່ປະຊາຊົນທີ່ສັນຈອນໄປມາໃນເສັ້ນທາງດັ່ງກ່າວ

ເຫັນວ່າ ການກໍ່ສ້າງແມ່ນມີລັກສະນະຊັກຊ້າຢຸດໆຢ່ອນໆ ສ້າງຄວາມລຳບາກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນຜ່ານໄປມາບົນ

ເສັ້ນທາງດັ່ງກ່າວ ແລະ ຕໍ່ບັນຫານີ້, ນັກຂ່າວພວກເຮົາໄດ້ໄປຖາມທ່ານ ພູທົງ ລັດຕະນະວົງ ຫົວໜ້າຫ້ອງການໂຍທາທິ

ການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ຄວາມຈິງແລ້ວການກໍ່ສ້າງເສັ້ນທາງສາຍນີ້ແມ່ນໄດ້ດຳເນີນມາເປັນ

ປົກກະຕິ, ແຕ່ວ່າກ່ອນໜ້ານີ້ ແມ່ນເປັນໄລຍະລະດູຝົນຈຶ່ງໄດ້ຢຸດການກໍ່ສ້າງຊົ່ວຄາວ, ອີກບັນຫາໜຶ່ງການກໍ່ສ້າງແມ່ນ

ກວມເອົາເສົາໄຟຟ້າແຮງສູງຈຳນວນຫລາຍຕົ້ນ ແລະ ທໍ່ນ້ຳປະປາໃຫຍ່ອີກຫລາຍຈຸດ, ດັ່ງນັ້ນຕ້ອງໄດ້ຮັບອະນຸຍາດຈາກ

ສອງພາກສ່ວນນີ້ກ່ອນ ຈຶ່ງສາມາດຍົກຍ້າຍເສົາໄຟຟ້າ ແລະ ທໍ່ນ້ຳປະປາອອກຈາກເນື້ອທີ່ກໍ່ສ້າງໄດ້ ຈຶ່ງເປັນສາເຫດໜຶ່ງ

ເຮັດໃຫ້ການກໍ່ສ້າງຊັກຊ້າ, ເຊິ່ງຄາດວ່າຈະໄດ້ເລີ່ມລົງມືຍົກຍ້າຍໃນທ້າຍເດືອນນີ້, ໂດຍບໍລິສັດຜູ້ຮັບເໝົາຈະເລັ່ງກໍ່ສ້າງ

ໃຫ້ສຳເລັດກ່ອນກຳນົດ, ເນື່ອງຈາກໄດ້ກຽມວັດຖຸອຸປະກອນ, ກົນຈັກພາຫະນະພ້ອມຮຽບຮ້ອຍແລ້ວ. ສະນັ້ນ, ໃນໄລຍະດຳ

ເນີນການກໍ່ສ້າງນີ້ ຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນກໍຄືປະຊາຊົນທີ່ອາໄສຢູ່ຕາມເສັ້ນທາງດັ່ງກ່າວຄ່ອຍໄປຄ່ອຍມາ ແລະ ຂັບຂີ່

ດ້ວຍຄວາມລະວັງເພື່ອຮັບປະກັນຄວາມປອດໄພ ແລະ ຫລີກລ້ຽງການເກີດອຸປະຕິເຫດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...