Homeຂ່າວທ້ອງຖິ່ນສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019

ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019

Published on

ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການສັງລວມ ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019 ໂດຍແບ່ງອອກເປັນ 02 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ (GSP) ແລະ ແບບຕອບແທນກັນ ຫຼື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ (FTA) ເຊິ່ງສາມາດບັນລຸໄດ້ປະມານ 1.328 ລ້ານກວ່າໂດລາ ກວມເອົາ 22,65% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ປະມານ 5.864 ລ້ານກວ່າໂດລາ. ຂະນະທີ່ ມູນຄ່າການນຳເຂົ້າ ພາຍໃຕ້ສິດທິພິເສດ ທາງການຄ້າແມ່ນປະມານ 665,92 ລ້ານໂດລາ ກວມເອົາ 11.60% ຂອງມູນຄ່າການນຳເຂົ້າ ທັງໝົດຂອງ ສປປ ລາວ ປະມານ 5.740 ລ້ານກວ່າໂດລາ.

ໃນ​ປີ 2019 ຜ່ານມາ ​ເມື່ອ​ສົມທຽບລະຫວ່າງ​ ສອງຮູບແບບການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ ເຫັນວ່າ ການສົ່ງອອກແບບຝ່າຍ​ດຽວ ມີ​ມູນຄ່າ​ພຽງ 327 ລ້ານກວ່າໂດ​ລາ​; ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ ​ຕອບ​ແທນ​ກັນ ມີ​ມູນ​ຄ່າ​ສູງ​ກວ່າ 1.000 ລ້ານໂດ​ລາ​. ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນ ກວມ​ເອົາ​ອັດຕາ​ສ່ວນຫຼາຍ ຂອງ​ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ ປະມານ 75,32%.​​

ໃນ​ປີ 2019 ສປປ ລາວ ​ສົ່ງ​ອອກ​ພາຍໃຕ້ສິດທິພິເສດທາງການຄ້າ ໄປຍັງ 38 ປະ​ເທດ ເຊັ່ນ: ໄທ, ຈີນ, ຫວຽດນາມ,  ເຢຍລະມັນ, ອິ​ຕາ​ລີ, ຢີ່ປຸ່ນ, ອັງກິດ, ສະວີເດນ, ໂປ​ໂລຍ, ແບນ​ຊິກ, ໂຮນ​ລັງ, ດານ​ມາກ, ປ໋ອກ​ຕຸຍ​ການ, ກ​ຣົວ​ຊີ, ຟີ​ລິບ​ປິນ ແລະ ປະເທດອື່ນໆ ຕາມລຳດັບ. ໃນ​ນັ້ນ ປະ​ເທດ​ທີ່ມີ​ການ​ສົ່ງ​ອອກ​ໄປຫຼາຍກວ່າໝູ່ແມ່ນ ​ໄທ ມີມູນ​ຄ່າ​​ປະມານ 361 ລ້ານກວ່າໂດ​ລາ​ສະຫະລັດ, ສປ ຈີນ 322 ລ້ານກວ່າ​ໂດ​ລາ​ ແລະ ຫວຽດນາມ 312 ລ້ານກວ່າໂດ​ລາ.

ສ່ວນປະເທດທີ່ ສປປ ລາວ ​ນໍາ​ເຂົ້າ​ພາຍໃຕ້ສິດທິພິເສດ ທາງການຄ້າມີທັງໝົດ 33 ປະ​ເທດເຊັ່ນ: ໄທ, ຈີນ, ຫວຽດນາມ,  ຢີ່ປຸ່ນ, ອິ​ນ​ໂດ​ເນ​ເຊຍ, ອັງ​ກິດ, ສ ອາ​ເມ​ລິ​ກາ, ສະ​ຫະ​ນະ​ຄອນ​ອາ​ເມ​ຣັດ, ສ ເກົາຫລີ, ອິນ​ເດຍ, ເຢຍ​ລະ​ມັນ, ມາ​ເລ​ເຊຍ, ສິງ​ກະ​ໂປ, ໄຕ້​ຫວັນ, ໂອ​ຕ​ຣິດ ແລະ ອື່ນໆ ຕາມລຳດັບ. ໃນນັ້ນ, ປະ​ເທດ​ທີ່ມີ​ການ​ນຳ​ເຂົ້າຫຼາຍກວ່າໝູ່ແມ່ນ ​ໄທ ມີມູນ​ຄ່າ​ປະມານ  380 ລ້ານກວ່າ​ໂດ​ລາ​, ສປ ຈີນ 98 ລ້ານກວ່າໂດ​ລາ ​ແລະ ສສ ຫວຽດ​ນາມ 86 ລ້ານກວ່າໂດ​ລາ​.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...