Homeຂ່າວພາຍ​ໃນເອກະສານທີ່ຄົນລາວຕ້ອງມີຖ້າຢາກເດີນທາງໄປປະເທດໄທໃນໄລຍະໂຄວິດ-19

ເອກະສານທີ່ຄົນລາວຕ້ອງມີຖ້າຢາກເດີນທາງໄປປະເທດໄທໃນໄລຍະໂຄວິດ-19

Published on

ອີງຕາມການປະກາດຂອງສະຖານທູດໄທປະຈຳນະຄອນຫຼວງວຽງຈັນ ໃນວັນທີ 13 ພຶດສະພາ 2020 ກ່ຽວກັບ ມາດຕະການຊົ່ວຄາວໃນການງົດ ຫຼື ລໍຖ້າການເຮັດໜັງສືຜ່ານແດນໃນຊ່ວງສະຖານະການການລະບາດຂອງເຊື້ອພະຍາດ ໂຄວິດ-19.

ສຳລັບຄົນລາວ ມີຈຸດປະສົງຢາກເດີນທາງໄປປະເທດໄທໃນຊ່ວງໂຄວິດ-19ນີ້ ແມ່ນຕ້ອງໄດ້ປະຕິບັດຕາມຄຳແນະນຳຂອງກະຊວງການຕ່າງປະເທດ ແລະ ປະຕິບັດຕາມເງື່ອນໄຂຂອງສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທດັ່ງຕໍ່ໄປນີ້:

ສຳລັບຄົນຕ່າງປະເທດອາໄສຢູ່ ສປປ ລາວ ອີງຕາມການສອບຖາມຂໍ້ມູນຈາກພະນັກງານທີ່ກົມກົງສູນ ກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ ຊາວຕ່າງຊາດທີ່ຕ້ອງການເດີນທາງໄປປະເທດໄທໃນໄລຍະໂຄວິດ-19 ແມ່ນຕ້ອງໄດ້ພົວພັນກັບສະຖານທູດຂອງປະເທດຕົນເອງລວມເຖິງສະຖານທູດໄທດ້ວຍຕົວເອງ. ເນື່ອງຈາກໄຂຂອງແຕ່ລະສະຖານທູດແມ່ນບໍ່ຄືກັນ.

 

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...