Homeຂ່າວຕ່າງປະເທດຜົນທົດລອງວັກຊີນໃນໄລຍະທຳອິດ ໃນອາເມລິກາພົບວ່າສາມາດຕ້ານໄວຣັດໂຄວິດ-19ໄດ້

ຜົນທົດລອງວັກຊີນໃນໄລຍະທຳອິດ ໃນອາເມລິກາພົບວ່າສາມາດຕ້ານໄວຣັດໂຄວິດ-19ໄດ້

Published on

ເວັບໄຊຂ່າວ posttoday ລາຍງານໃຫ້ຮູ້ວ່າ ບໍລິສັດ Moderna Inc ຜູ້ດຳເນີນທຸລະກິດດ້ານໄບໂອເທັກຂອງອາເມລິກາ ຖະແຫຼງການວ່າ ຜົນການທົດລອງທາງຄລີນິກໃນການສັກວັກຊີນຕ້ານໄວຣັໂຄວິດ-19 ໄດ້ເຮັດໃຫ້ຮ່າງກາຍຂອງອາສາສະໝັກສາມາດຜະລິດພູມຕ້ານທານເຊິ່ງສາມາດຂ້າເຊື້ອໄວຣັດໃນຜູ້ປ່ວຍໂຄວິດ-19ໄດ້.  ວັກຊີນດັ່ງກ່າວມີຊື່ວ່າ mRNA-1273 ມີຄວາມປອດໄພ ແລະ ຕອບສະໜອງໄດ້ດີໃນການທົດລອງໄລຍະທຳອິດ.

ຜົນການສຶກສາທີ່ດຳເນີນການໂດຍສະຖາບັນສຸຂະພາບແຫ່ງຊາດອາເມລິກາ (NIH) ພົບວ່າ ລະດັບຂອງພູມຕ້ານທານດັ່ງກ່າວມີປະລິມານເທົ່າກັບໃນຕົວຢ່າງເລືອດຂອງຜູ້ປ່ວຍທີ່ຟື້ນຕົວຈາກໂຣກໂຄວິດ-19 ແລະ ຈະມີການທົດລອງໃນຂັ້ນຕອນຕໍ່ໄປໃນເດືອນ ກໍລະກົດ 2020.

ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກກ່າວວ່າ ປະເທດຕ່າງໆຍັງຕ້ອງເດີນທາງອີກໄຫໃນການຕໍ່ສູ້ກັບການແຜ່ລະບາດຂອງໄວຣັດໂຄວິດ-19 ເນື່ອງຈາກຄວາມສ່ຽງຕ່າງໆຍັງມີສູງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...