spot_img
Homeຂ່າວທ້ອງຖິ່ນໄວ້ອາໄລ "ພັນໂທ ສົມໃຈ ຈັນທະວົງ" ນັກປະພັນແຫ່ງຊາດອີກຄົນໜຶ່ງຂອງລາວ

ໄວ້ອາໄລ “ພັນໂທ ສົມໃຈ ຈັນທະວົງ” ນັກປະພັນແຫ່ງຊາດອີກຄົນໜຶ່ງຂອງລາວ

Published on

ຕາມການລາຍງານຈາກຜູ້ເຫັນເຫດການວ່າ ໃນວັນທີ 7 ພຶດສະພາ 2020 ມີຄົນກະໂດດຕຶກ ຈາກຊັ້ນ 8 ໂຮງໝໍ 103 ຕຶກໃໝ່ (ຕຶກກວດເສັ້ນປະສາດ) ພ້ອມກວດສອບມີຂຽນໃບສັ່ງລາຕາຍ ເປັນເພດຊາຍ ສາເຫດຄາດວ່າ ນ້ອຍໃຈຍ້ອນຕົນເອງເປັນອຳມະພາດຕະຫຼອດຊີວິດ (ອຳມະພາດບາງສ່ວນ) ເຮັດໃຫ້ວົງການນັກປະພັນ ແລະ ວົງການສື່ມວນຊົນລາວ ໄດ້ສູນເສຍ ພັນໂທ ສົມໃຈ ຈັນທະວົງ ຫຼື ທີ່ຮູ້ຈັກໃນນາມປາກກາ ສ.ພວງດອກຊ້ອນ ບຸກຄົນທີ່ມີຜົນງານຢ່າງຫຼວງຫຼາຍໄປຢ່າງບໍ່ມີວັນຫວນກັບ. ເຊິ່ງງານປັດຊະນາກິດສົບ ໄດ້ຈັດຂຶ້ນໃນທີ່ວັດຫ້ວຍຫົງ ນະຄອນຫຼວງວຽງຈັນ ມີເພື່ອນມິດສະຫາຍທັງໃນວົງການ ແລະ ນອກວົງການ ພ້ອມກັນເຂົ້າຮ່ວມໄວ້ອາໄລຕໍ່ການຈາກໄປໃນຄັ້ງນີ້.

ທ່ານ ພັນໂທ ສົມໃຈ ຈັນທະວົງ, ນາມປາກກາ ສ.ພວງດອກຊ້ອນ, ເກີດເມື່ອວັນທີ 27/07/1969 ທີ່ບ້ານເກີດ ສົບລ້ອງ ເມືອງຊຽງຄໍ້ ແຂວງຫົວພັນ. ການສຶກສາ: ປີ 1983-1986 ຮຽນສາມັນຢູ່ໂຮງຮຽນວັດທະນະທໍາກອງທັບວຽງໄຊ; ປີ 1986 ຮຽນຂ່າວສານຢູ່ນະຄອນຫຼວງວຽງຈັນ; ປີ 1989-1991 ຮຽນບໍາລຸງມັດທະຍົມປາຍ ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ; ປີ 2005-2007 ຮຽນທິດສະດີການເມືອງ-ການປົກຄອງຊັ້ນສູງຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ປີ 2009-2010 ຮຽນເຊື່ອມຕໍ່ປະລິນຍາຕີຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ດ້ານວຽກງານ: ປີ 1986-1988 ເປັນນັກຂ່າວຢູ່ໂຮງຮຽນວັດທະນະທໍາ ກອງທັບວຽງໄຊ; ປີ 1988-1990 ເປັນນັກຂ່າວຢູ່ກົມໃຫຍ່ພະລາທິການກອງທັບ; ປີ 1990 ຮອດປັດຈຸບັນເປັນນັກຂ່າວ ແລະ ບັນນາທິການຢູ່ໜັງສືພິມກອງທັບປະຊາຊົນລາວ (ກະຊວງປ້ອງກັນປະເທດ). ກ່ອນເສຍຊີວິດເປັນຮອງຫົວໜ້າບັນນາທິການ ໜັງສືພິມກອງທັບປະຊາຊົນລາວ.

ນອກນີ້, ທ່ານກໍ່ຍັງມີຜົນງານການຂຽນການປະພັນມາຫຼາຍເລື່ອງ ທີ່ສັງຄົມໃຫ້ຄວາມສົນໃຈ ແລະໄດ້ຮັບລາງວັນ ຫຼື ນາມມະຍົດມາຫຼາກຫຼາຍແລ້ວ (ຂໍ້ມູນປີ 2018) ລວມມີປຶ້ມໂຮມເລື່ອງສັ້ນ 2 ເຫຼັ້ມ, ເລື່ອງສັ້ນໂຮມກັບນັກຂຽນອື່ນໆ ຈຳນວນ 12 ເຫຼັ້ມ, ບົດກະວີໂຮມກັບນັກຂຽນອື່ນໆ 1 ເຫຼັ້ມ ເຊິ່ງຖ້າລວມຜົນງານການປະພັນມາຮອດປັດຈຸບັນ ຄື: ປະພັນເລື່ອງສັ້ນໄດ້ 69 ເລື່ອງ, ບົດກະວີມີ 158 ກອນ ແລະ ນະວະນິຍາຍໄດ້ 1 ເລື່ອງ ເຊິ່ງລາງວັນ ຫຼື ນາມມະຍົດທີ່ໄດ້ຮັບໃນລະດັບຊາດ ມີ: ລາງວັນສິນໄຊ ປະເພດເລື່ອງສັ້ນ ປີ 2013, ລະດັບພາກພື້ນ-ສາກົນ ມີລາງວັນວັນນະກຳແມ່ນໍ້າຂອງ ປີ 2014, ສ່ວນພາຍໃນປະເທດແມ່ນໄດ້ຮັບລາງວັນຊະນະເລີດ ເລື່ອງສັ້ນ ແລະບົດບັນທຶກ 5 ຄັ້ງ ແລະລາງວັນອື່ນໆຫຼາຍກວ່າສິບລາງວັນ.

ຮຽບຮຽງຂ່າວ:​ ພຸດສະດີ

ແຫຼ່ງຂໍ້ມູນ: CRI-FM93

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...