spot_img
Homeຂ່າວທ້ອງຖິ່ນຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງມີໃບຢັ້ງຢືນການກວດໂຄວິດ-19 ອອກໃຫ້ບໍ່ເກີນ 72 ຊົ່ວໂມງ

ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງມີໃບຢັ້ງຢືນການກວດໂຄວິດ-19 ອອກໃຫ້ບໍ່ເກີນ 72 ຊົ່ວໂມງ

Published on

ກະຊວງການຕ່າງປະເທດ ໄດ້ອອກຄໍາແນະນໍາເມື່ອວັນທີ 7 ພຶດສະພາ 2020  ເຖິງບຸກຄົນ ຫຼື ນິຕິບຸກຄົນ ທີ່ຈະເດີນທາງເຂົ້າມາ ສປປ ລາວ ໃນໄລຍະດໍາເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕ້ອງມີໃບຢັ້ງຢືນການກວດໂຄວິດ-19 ຈາກສະຖານທີ່ບໍລິການສາທາລະນະສຸກ ທີ່ສາມາດກວດສອບໄດ້ ແລະ ອອກໃຫ້ບໍ່ເກີນ 72 ຊົ່ວໂມງກ່ອນເດີນທາງເຂົ້າມາ.

ສໍາລັບພົນລະເມືອງລາວທີ່ມີຈຸດປະສົງຢາກ ເດີນທາງກັບປະເທດ ແມ່ນໃຫ້ລົງທະບຽນຢູ່ສະຖານ ເອກອັກຄະລັດຖະທູດ ຫຼື ສະຖານກົງສູນ ໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນອາໄສຢູ່ ເພື່ອອໍານວຍຄວາມສະດວກໃນການເດີນທາງກັບ.

ທຸກຄົນ ທີ່ເຂົ້າມາ ສປປ ລາວ ໃນໄລຍະນີ້ ແມ່ນຈະໄດ້ວັດແທກອຸນຫະພູມຮ່າງກາຍ ແລະ ໃຫ້ຈໍາກັດບໍລິເວນ 14 ວັນ ຢູ່ຕາມສູນຕ່າງໆ ແລະ ປະຕິບັດຕາມມາດຕະການຕ່າໆ ທີ່ທາງຄະນະສະເພາະກິດ ກໍ່ຄືລັດຖະບານ ກໍານົດໄວ້ຢ່າງເຂັ້ມງວດ. ຖ້າບໍ່ປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກ ແມ່ນຈະຖືກປະຕິບັດວິໄນ ຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ສ່ວນຜູ້ທີ່ຕ້ອງການຈະເດີນທາງອອກຈາກ ສປປ ລາວ ໄປຕ່າງປະເທດ ແມ່ນສາມາດໄປໄດ້, ຖ້າໄດ້ຮັບອະນຸຍາດຈາກປະເທດ ທີ່ເດີນທາງໄປ ແຕ່ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບຂອງປະເທດດັ່ງກ່າວ.

 

ຮຽບຮຽງຂ່າວ​: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...