spot_img
Homeຂ່າວທ້ອງຖິ່ນຜູ້ເຄີຍປ່ວຍຈາກພະຍາດໂຄວິດ-19 ທີ່ໄດ້ປິ່ນປົວແລ້ວ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອ

ຜູ້ເຄີຍປ່ວຍຈາກພະຍາດໂຄວິດ-19 ທີ່ໄດ້ປິ່ນປົວແລ້ວ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອ

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ ຜູ້ເຄີຍຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໄປແລ້ວ ແຕ່ໄດ້ກັບມາກວດສຸຂະພາບຄືນພົບວ່າຕິດເຊື້ອນັ້ນ ແມ່ນຜູ້ຕິດເຊື້ອກໍລະນີທີ 14, ເຊິ່ງແມ່ນນັກສຶກສາລາວ ທີ່ກັບມາຈາກປະເທດອັງກິດ, ປະຈຸບັນຢູ່ ບ້ານ ຊ້າງຄູ້, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວເຂົ້າຮັບການປີ່ນປົວຢູ່ໂຮງໝໍມິດຕະພາບໃນວັນທີ 7 ເມສາ 2020 ແລະ ໄດ້ອອກ ໂຮງໝໍ ໃນວັນທີ 16 ເມສາ 2020 ໄປຈໍາກັດບໍລິເວນຕິດຕາມອາການຕົນເອງຢູ່ເຮືອນ ຈົນຄົບ 14 ວັນ ແລ້ວກັບມາກວດຄືນເຫັນວ່າພົບເຊື້ອຈຶ່ງໄດ້ເອົາເຂົ້ານອນຕິດຕາມອາການຢູ່ໂຮງໝໍຕື່ມອີກ.

ຜູ້ຊ່ຽວຊານດ້ານພະຍາດໂຄວິດ-19 ຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອ້ອມຂ້າງ ແລະ ສັງຄົມ.

ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັດທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້.

ດຣ. ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍ່ເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ ອອກຈາກໂຮງໝໍແລ້ວກັບມາກວດຄືນແລ້ວພົບວ່າມີເຊື້ອ ແຕ່ຜູ້ໃກ້ຊິດ ເຫຼົ່ານັ້ນຜ່ານການກວດແລ້ວກໍ່ບໍ່ມີຜູ້ຕິດເຊື້ອ. ອັນນີ້ໄດ້ຢັ້ງຢືນວ່າ ຊິ້ນສ່ວນຂອງພະຍາດດັ່ງກ່າວທີ່ຕົກຄ້າງຢູ່ນັ້ນບໍ່ສາມາດແຜ່ເຊື້ອໄດ້. ອີກອັນໜຶ່ງ ຍ້ອນວ່າເປັນພະຍາດໃໝ່ທາງວິທະຍາສາດການແພດ ຈຶ່ງເອົາມາກວດຄືນຕາມຫຼັກການແພດເມື່ອອອກໂຮງໝໍໄປແລ້ວຕ້ອງໄດ້ມາກວດຄືນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...