spot_img
Homeຂ່າວຕ່າງປະເທດນິວຊີແລນຜ່ອນມາດຕະການ Lockdown ປະກາດໄຊຊະນະຕໍ່ສູ້ກັບໂຄວິດ-19

ນິວຊີແລນຜ່ອນມາດຕະການ Lockdown ປະກາດໄຊຊະນະຕໍ່ສູ້ກັບໂຄວິດ-19

Published on

ວັນທີ 27 ເມສາ ສຳນັກຂ່າວ AFP ລາຍງານວ່າ ນາຍົກລັດຖະມົນຕີຈາຊິນດາ ອາເດີນ (Jacinda Ardern) ຜູ້ນຳຍິງນິວຊີແລນ ປະກາດໄຊຊະນະການຕໍ່ສູ້ກັບໂຄວິດ-19 ຫຼັງປະເທດ ນິວຊີແລນ ໃຊ້ມາດຕະການປ້ອງກັນຂັ້ນສູງສຸດ ຫຼື ລະດັບ 4 ດົນເກືອບ 5 ອາທິດ ເຊິ່ງອະນຸຍາດສະເພາະພາກບໍລິການຈຳເປັນທີ່ເປີດບໍລິການໄດ້ ຈົນບໍ່ມີການລະບາດ ແລະ ບໍ່ມີການຕິດເຊື້ອໃນປະເທດອີກຕໍ່ໄປ ເຮັດໃຫ້ ນິວຊີແລນ ຫຼຸດລະດັບການປ້ອງກັນມາຢູ່ລະດັບ 3 ຕັ້ງແຕ່ຕອນຄໍ່າວັນທີ 27 ເມສາ, ພາກທຸລະກິດຕ່າງໆເຊັ່ນຮ້ານອາຫານທີ່ມີສະເພາະຊື້ກັບບ້ານ ແລະ ໂຮງຮຽນ ກັບມາເປີດໄດ້ອີກເທື່ອໜຶ່ງ.

ຢ່າງໃດກໍ່ຕາມ ຜູ້ນຳນິວຊີແລນເຕືອນວ່າ ຍັງບໍ່ມີຄວາມແນ່ນອນວ່າການຕິດເຊື້ອຈະໝົດແລ້ວ ເຖິງວ່າຈະອະນຸຍາດໃຫ້ປະຊາຊົນກັບມາໃຊ້ຊີວິດຕາມປົກກະຕິ ແຕ່ຈະຕ້ອງເຮັດຢ່າງຄ່ອຍເປັນຄ່ອຍໄປ ແລະ ລະມັດລະວັງ.

ປະເທດ ນິວຊີແລນ ຍົກເລີກການປິດເມືອງ ຫຼື Lockdown ຫຼັງມີລາຍງານກໍລະນີຕິດເຊື້ອໃໝ່ພຽງ 1 ກໍລະນີ, ກໍລະນີຕິດເຊື້ອສະສົມເພີ່ມເປັນ 1,122 ຄົນ, ເສຍຊີວິດ 19 ກໍລະນີ ຈາກປະຊາກອນທົ່ວປະເທດ 5 ລ້ານຄົນ.

 

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...