spot_img
Homeຂ່າວທ້ອງຖິ່ນລັດເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນຜູ້ຫາເຊົ້າ-ກິນຄໍ່າ ທີ່ດໍາລົງຊີວິດ ແລະ ປະກອບອາຊີບໃນຕົວເມືອງໃຫຍ່

ລັດເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນຜູ້ຫາເຊົ້າ-ກິນຄໍ່າ ທີ່ດໍາລົງຊີວິດ ແລະ ປະກອບອາຊີບໃນຕົວເມືອງໃຫຍ່

Published on

ໜັງສືພິມວຽງຈັນທາມ ລາຍງານເມື່ອວັນທີ 22 ເມສານີ້ວ່າ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະເລັ່ງຊ່ວຍເຫຼືອກຸ່ມເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ສໍາລັບຜູ້ປະກອບອາຊີບນອກລະບົບປະກັນສັງຄົມ.

ອີງຕາມບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະເໜີຕໍ່ກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ຜ່ານມາ ວ່າ ນະໂຍບາຍໃຫ້ການຊ່ວຍເຫຼືອລວມມີ ການຈ່າຍເງິນສົດໃຫ້ກຸ່ມເປົ້າໝາຍ 100,000 ກີບ/ຄົນ ໄລຍະ 3 ເດືອນ, ເຊີ່ງເປັນການປະຕິບັດນະໂຍບາຍ ຄືກັນກັບຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ໃນຜ່ານມາ, ພ້ອມກັນນີ້ ກໍ່ໃຫ້ມີການຫຼຸດຜ່ອນ ຫຼື ເລື່ອນການຈ່າຍຄ່າເຊົ່າທີ່ອາໄສ ສໍາລັບຜູ້ທີ່ຢູ່ຫ້ອງເຊົ່າ ໂດຍແມ່ນເຈົ້າຂອງກິດຈະການຫ້ອງເຊົ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອ.

ກຸ່ມເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແລະ ການຊ່ວຍເຫຼືອ ແມ່ນຜູ້ອອກແຮງງານ ຢູ່ຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼີ້ນກິລາ, ຕະຫຼາດກາງຄືນ, ໂຮງງານຕັດຫຍິບ, ການບໍລິການທ່ອງທ່ຽວ, ໂຮງງານອື່ນໆ ແລະ ບັນດາໂຄງການໃຫຍ່ທີ່ມີຄວາມສ່ຽງໃນການລະບາດຂອງພະຍາດ ໂຄວິດ-19, ນອກນີ້ ຍັງມີພາກສ່ວນເຮັດບໍລິການຂົນສົ່ງໂດຍສານ ເຊັ່ນ: ລົດໂດຍສານ, ຕຸກໆ, ຈໍາໂບ້ ແລະ ແທັກຊີ ແລະ ປະຊາຊົນຜູ້ຫາເຊົ້າ{ກິນຄໍ່າ ທີ່ດໍາລົງຊີວິດ ແລະ ປະກອບອາຊີບໃນຕົວເມືອງໃຫຍ່.

ເພື່ອບໍ່ໃຫ້ເປັນຊ່ອງວ່າງໃຫ້ແກ່ກຸ່ມຄົນຜູ້ສວາຍໂອກາດ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງຈໍາເປັນຕ້ອງໄດ້ລົງເກັບກໍາຂໍ້ມູນເສຍກ່ອນ ໂດຍຈະຮ່ວມກັບສູນກາງສະຫະພັນກໍາມະບານລາວ ແລະ ສະພາອຸດສາຫະກໍາແຫ່ງຊາດລາວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...