Homeຂ່າວທ້ອງຖິ່ນຮສສ ສະເໜີຕໍ່ກອງທຶນປະກັນສັງຄົມຊ່ວຍເງິນອຸດໜູນສະມາຊິກ 5 ແສນກີບເປັນເວລາ 2 ເດືອນ

ຮສສ ສະເໜີຕໍ່ກອງທຶນປະກັນສັງຄົມຊ່ວຍເງິນອຸດໜູນສະມາຊິກ 5 ແສນກີບເປັນເວລາ 2 ເດືອນ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສະເໜີຕໍ່ກອງປະຊຸມເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕໍ່ເສດຖະກິດລາວ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ເມສາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ. ຜົນຂອງກອງປະຊຸມອັນສໍາຄັນຈະໄດ້ນໍາສະເໜີຕໍ່ກອງປະຊຸມປະຈໍາເດືອນຂອງລັດຖະບານ ທີ່ຈະຈັດຂຶ້ນໃນວັນທີ 23 ເມສາ 2020 ທີ່ຈະມາເຖິງນີ້.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສະເໜີໃຫ້ລັດຖະບານພິຈາລະນາຊ່ວຍຜູ້ອອກແຮງງານ ຜູ້ທີ່ເປັນສະມາຊິກກອງທຶນປະກັນສັງຄົມ ຫຼື ຜູ້ອອກແຮງງານ ທີ່ຢູ່ໃນລະບົບປະກັນສັງຄົມ ໃນພາກວິສາຫະກິດ ທີ່ຖືກສັ່ງໃຫ້ຢຸດກິດຈະການເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ບໍ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານແຕ່ຍັງຢູ່ໃນຖານະເປັນຜູ້ປະກັນຕົນຕາມກົດໝາຍວ່າດ້ວຍປະກັນສັງຄົມ ຜູ້ລະ 500,000 ກີບ/ເດືອນ ໃນໄລຍະ 2 ເດືອນ (ເດືອນພຶດສະພາ ແລະ ເດືອນມີຖຸນາ 2020) ເຊີ່ງແມ່ນເງິນຂອງລັດ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19, ສ່ວນກອງທຶນປະກັນສັງຄົມແມ່ນຈະປະຕິບັດຕາມເງື່ອນໄຂການອຸດໜູນປະກັນສັງຄົມ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...