Homeຂ່າວຕ່າງປະເທດໂດນັລ ທຣັມ ປະກາດຫ້າມຄົນຕ່າງປະເທດເຂົ້າອາເມລິກາຊົ່ວຄາວ

ໂດນັລ ທຣັມ ປະກາດຫ້າມຄົນຕ່າງປະເທດເຂົ້າອາເມລິກາຊົ່ວຄາວ

Published on

ໃນວັນທີ 21 ເມສາ ມີລາຍງານວ່າປະທານປະເທດແຫ່ງສະຫະລັດອາເມລິກາ ໂດນັລ ທຣັມ ປະກາດຈະອອກຄຳສັ່ງໃຫ້ຍຸຕິຄົນຕ່າງປະເທດເຂົ້າເມືອງເປັນການຊົ່ວຄາວ ເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສໂຄວິດ-19, ຕອນນີ້ຍັງບໍ່ມີລາຍລະອຽດເພີ່ມເຕີມກ່ຽວກັບຄຳສັ່ງນີ້. ພ້ອມກັນນີ້ ທາງທຳນຽບຂາວກໍ່ໄດ້ມີການຖົກຖຽງເຖິງຈຸດສິ້ນສຸດຂອງການແຜ່ລະບາດ ແລະ ການທີ່ປະເທດຈະສາມາດກັບມາເປີດໄດ້.

ທາງສະຫະລັດກໍ່ໄດ້ມີການຕົກລົງກັບປະເທດ ການາດາ ແລະ ເມັກຊິໂກ ໃຫ້ຂະຫຍາຍມາດຕະການຈຳກັດຜູ້ທີ່ເດີນທາງຜ່ານຊາຍແດນໂດຍບໍ່ມີເຫດຈຳເປັນ ຈົນເຖິງກາງເດືອນພຶດສະພາ. ການເດີນທາງເຂົ້າປະເທດກໍ່ຍັງຈຳກັດຜູ້ທີ່ເດີນທາງມາຈາກທະວີບເອີຣົບ ແລະ ປະເທດຈີນຢ່າງເຄັ່ງຄັດ, ຍົກເວ້ນຜູ້ທີ່ທີ່ຖືວີຊ່າເຮັດວຽກ, ນັກຮຽນ ແລະ ນັກທຸລະກິດ.

ນອກຈາກນີ້ ທາງການກໍ່ໄດ້ແນ່ເຫັນເຖິງການເປີດເມືອງໃນບາງສ່ວນຂອງປະເທດ. ຕອນນີ້ ອາເມລິກາ ມີກໍລະນີຕິດເຊື້ອໂຄວິດ-19ແລ້ວ 782,159 ກໍລະນີ, ເສຍຊີວິດ 41,816 ກໍລະນີ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...