spot_img
Homeຂ່າວທ້ອງຖິ່ນໂຄວິດ-19 ກະທົບໜັກເສດຖະກິດລາວປີນີ້ຈະເຕີບໂຕພຽງ 3,3%

ໂຄວິດ-19 ກະທົບໜັກເສດຖະກິດລາວປີນີ້ຈະເຕີບໂຕພຽງ 3,3%

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃນວັນທີ 20 ເມສາ ວ່າ ອີງຕາມບົດລາຍງານ ຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວ ປະຈໍາເດືອນເມສາ 2020 ໃນວັນທີ 19 ເມສາ 2020 ໃຫ້ຮູ້ເຖິງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດແຫ່ງຊາດວ່າ: ຈາກຜົນກະທົບໂດຍກົງຕໍ່ຂະແໜງການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ຂະແໜງອື່ນໆເຂົ້າກັນ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດຄະເນວ່າ ເສດຖະກິດແຫ່ງຊາດຂອງ ສປປ ລາວ (GDP) ເຕີບໂຕຕໍ່າລົງຈາກ 6,1% ໃນປີ 2019 ລົງມາຢູ່ໃນລະດັບ 3,3% ໃນປີ 2020 ເຊິ່ງຕໍ່າກວ່າທີ່ຄາດໄວ້ເບື້ອງຕົ້ນ (4,5%) ໃນເດືອນ ມີນາ 2020.

ທັງນີ້ ທະນາຄານພັດທະນາອາຊີ (ADB) ໄດ້ຄາດຄະເນ ການເຕີບໂຕ GDP ຂອງ ສປປ ລາວ ສໍາລັບ 2020 ແມ່ນ 3,5%, ທະນາຄານໂລກ (World Bank) ຄາດຄະເນ 3,6% (ແຕ່ຈະມີການປັບລົງຍັງເຫຼືອ -2,2% ຕາມການສົນທະນາບໍ່ເປັນທາງການຂອງຊ່ຽວຊານ WB), ກອງທຶນສາກົນ (IMF) ຄາດຄະເນ 0,7% ສໍາລັບປີ 2020, ຖ້າການແຜ່ລະບາດ ຂອງພະຍາດໂຄວິດ-19 ຫາກສືບຕໍ່ແກ່ຍາວ ແລະ ມີຜົນກະທົບຫຼາຍຂຶ້ນໂດຍສະເພາະການສົ່ງອອກຂອງລາວ ທີ່ຈະຫຼຸດລົງຫຼາຍກວ່າທີ່ເຄີຍໄດ້ຄາດໄວ້ເບື້ອງຕົ້ນໂດຍໃນໄລຍະ 3 ເດືອນທໍາອິດຂອງປີ 2020 ການສົ່ງອອກໄດ້ເລີ່ມມີທ່າອ່ຽງຫຼຸດລົງຈາກ 410 ລ້ານໂດລາ ໃນເດືອນ ມັງກອນ ເປັນ 391 ລ້ານໂດລາ ໃນເດືອນ ກຸມພາ ແລະ 343 ລ້ານໂດລາ ໃນເດືອນ ມີນາ ໂດຍສະເພາະສົ່ງສິນຄ້າອອກໄປໄທ ແລະ ຫວຽດນາມ.

ສາເຫດຕົ້ນຕໍແມ່ນຍ້ອນອັດຕາການເຕີບໂຕຂອງປະເທດຄູ່ຄ້າຂອງ ສປປ ລາວ ໄດ້ຖືກປັບຫຼຸດລົງຫຼາຍ, ຄວາມຕ້ອງການນໍາເຂົ້າສິນຄ້າຂອງປະເທດຄູ່ການຄ້າຈາກ ສປປ ລາວ ຈະຫຼຸດລົງ, ຕາມການຄາດຄະເນຂອງອົງການ IMF, ການເຕີບໂຕຂອງໄທ ໄດ້ປັບຫຼຸດຈາກ 3% ເປັນ -6,7%, ຫວຽດນາມ ປັບຫຼຸດຈາກ 6,5% ເປັນ 2,7% ແລະ ຈີນ ປັບຫຼຸດຈາກ 5,8% ເປັນ 1,2%.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...