Homeຂ່າວຕ່າງປະເທດຝາຜະນັງເຮືອບິນອາເມຣິກັນ ແອຣ໌ລາຍ ແຕກເທິງອາກາດ!

ຝາຜະນັງເຮືອບິນອາເມຣິກັນ ແອຣ໌ລາຍ ແຕກເທິງອາກາດ!

Published on

 

1

 

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 15 ຕຸລານີ້ວ່າ ເຮືອບິນໂດຍສານໂບອີ້ງ 757 ຂອງສາຍການບິນອາເມຣິກັນ

ແອຣ໌ລາຍ ພ້ອມຜູ້ໂດຍສານ 184 ຄົນ ແລະ ລູກເຮືອອີກ 6 ຄົນ ຕ້ອງລົງຈອດສຸກເສີນ ຫລັງຈາກບິນຂຶ້ນໄດ້ບໍ່ດົນ

ເນື່ອງຈາກພົບວ່າ ຝາຜະນັງຂອງຫ້ອງໂດຍສານເລີ່ມແຕກອອກຈາກກັນ ສ້າງຄວາມແຕກຕື່ນໃຫ້ແກ່ຜູ້ໂດຍສານ

ເທິງເຮືອບິນຢ່າງໜ້າຫວາດສຽວ.

 

ທ່ານ ເຈມສ໌ ວິນສັນ ອາຍຸ 32 ປີ ເຊິ່ງເປັນໜຶ່ງໃນຜູ້ໂດຍສານເປີດເຜີຍວ່າ ຖ້ຽວບິນນີ້ອອກເດີນທາງຈາກນະຄອນ

ຊານຟຣານຊິສໂກ ໃນມື້ວັນຈັນ (13 ຕຸລາ) ເພື່ອມຸ່ງໜ້າໄປຍັງເລືອງດັນລັສຂອງລັດເທັກຊັສ ກ່ອນທີ່ເຂົາຈະຮູ້ສຶກ

ເຖິງຄວາມຜິດປົກກະຕິ ໂດຍສ່ວນລຳຕົວຂອງເຮືອບິນໄດ້ເກີດສັ່ນຢ່າງຮຸນແຮງ ແລະ ໄດ້ຍິນສຽງແຕກດັງເປ໊າະ

ຫລາຍຄັ້ງ ພຽງບໍ່ດົນຫລັງຈາກເຮືອບິນໄດ້ໄຕ່ລະດັບຂຶ້ນ ເຮັດໃຫ້ຜູ້ໂດຍສານຕ່າງກໍພາກັນຮ້ອງເອີ້ນໃຫ້ລູກເຮືອ

ມາເບິ່ງວ່າຝາຜະນັງດ້ານຂ້າງກຳລັງພັງ, ດ້ວຍຄວາມຢ້ານກົວ ເຈມສ໌ ໄດ້ອັບເດດສະຖານະການສົດຜ່ານທາງເຟສ

ບຸກ ແລະ ສົ່ງຂໍ້ຄວາມຫາພັນລະຍາຂອງລາວ ເພື່ອໃຫ້ນາງຮູ້ວ່າມີເກີດຫຍັງຂຶ້ນ ຖ້າຫາກເຮືອບິນຕົກ.

 

ທັງນີ້ ກັບຕັນຂອງເຮືອບິນປະກາດຢືນຢັນວ່າ ຖ້ຽວບິນ 2293 ຈະມຸ່ງໜ້າສູ່ສະໜາມບິນສາກົນ ຟອດ ເວິດ ໃນເມືອງ

ດັນລັສ ເນື່ອງຈາກຄວາມດັນໃຫ້ຫ້ອງໂດຍສານຍັງສະຖຽນຢູ່ ແຕ່ຫລັງຈາກອອກຈາກຫ້ອງນັກບິນມາເບິ່ງຄວາມ

ເສຍຫາຍຕົວຈິງແລ້ວ ເຮັດໃຫ້ເຂົາເອງໄດ້ຕັດສິນໃຈເອົາເຮືອບິນລົງຈອດສຸກເສີນ ໃນຂະນະທີ່ບິນຢູ່ເໜືອລັດກາລີ

ຟໍເນຍ ໂດຍເຂົາໄດ້ເອົາເຮືອບິນກັບຄືນມາລົງຈອດຢູ່ຊານຟຣານຊິສໂກຄືເກົ່າ ໂດຍທີ່ບໍ່ມີໃຜໄດ້ຮັບບາດເຈັບ.

 

njpus24ncqkx5e1dgjejakpnbj77p3w0jvygrgpgzhb_1413335140.jpg;r width=580;static p_s1sf_ns_0;file dc111a

njpus24ncqkx5e1dgjejakpnbj77p3yrkt4ktz7nqvh_1413335141.jpg;r width=580;static p_s1sf_ns_0;file dc111a

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...