spot_img
Homeຂ່າວທ້ອງຖິ່ນສູນກາງອົງການພຸດທະສາສະໜາສັມພັນລາວ ແຈ້ງໃຫ້ງົດການຮົດສົງພຣະປີໃໝ່ລາວ

ສູນກາງອົງການພຸດທະສາສະໜາສັມພັນລາວ ແຈ້ງໃຫ້ງົດການຮົດສົງພຣະປີໃໝ່ລາວ

Published on

ຫ້ອງການບໍລິຫານງານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ອອກໜັງສືແຈ້ງການ ໃນວັນທີ 7 ເມສາ 2020 ກ່ຽວກັບການໃຫ້ງົດ ປະເພນີຮົດສົງພຣະປີໃໝ່ລາວ ເພື່ອບໍ່ໃຫ້ມີການຊຸມນຸມຂອງມວນຊົນ.

ເນື່ອງຈາກສະຖານະການໃນປັດຈຸບັນພະຍາດໂຄວິດ-9 (COVID-19) ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສຳລັບຢູ່ ສປປ ລາວ ເຖິງແມ່ນວ່າລັດຖະບານ ໄດ້ມີມາດຕະການສະກັດກັ້ນ ແລະກັນການແຜ່ລະບາດພະຍາດນີ້ຢ່າງຈິງຈັງ ໃນໄລຍະທີ່ຜ່ານ ມາແຕ່ມາເຖິງໃນປັດຈຸບັນ ກໍ່ໄດ້ກວດພົບຜູ້ຕິດເຊື້ອຢູ່ ແລະ ມີຄວາມສ່ຽງທີ່ຈະແຜ່ລະບາດ ໃນທົ່ວປະເທດ.

ດັ່ງນັ້ນ ເພື່ອປະຕິບັດຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ໃນການຍົກລະດັບການສະກັດກັ້ນ ແລະກັນ ການລະບາດ ບໍ່ໃຫ້ແຜ່ລາມອອກໄປໄວ ແລະ ເປັນວົງກວ້າງ ພ້ອມທັງເປັນບ່ອນອີງໃຫ້ພຣະສົງ ສາມະເນນ ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ມີປະສິດທິພາບ ແລະ ປະສິດທິຜົນ ຈຶ່ງນະມັດສະການແຈ້ງການມາຍັງພຣະຫຼັກຄຳ ໄດ້ນຳພາ ແລະ ແຈ້ງການລົງໄປຫາ ອພສ ເມືອງ, ເຂດ ແລະ ວັດ ເພື່ອໃຫ້ພຣະສົງ-ສາມະເນນ ພຸດທະສາສະນິກະຊົນ ພາຍໃນແຕ່ລະວັດ ບ້ານຂອງຕົນ ໄດ້ງົດການຈັດງານບຸນ ປະເພນີຮົດສົງພຣະປີໃໝ່ລາວ ເພື່ອບໍ່ໃຫ້ມີການຊຸມນຸມຂອງມວນຊົນ ຂໍໃຫ້ພຣະສົງພາຍໃນວັດແຕ່ລະວັດ ເຮັດພິທີຮົດສົງພຣະພຸດທະຮູບ ຕາມຮີດຄອງປະເພນີເລັກນ້ອຍເທົ່ານັ້ນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...