Homeຂ່າວການສຶກສາກະຊວງສຶກສາດຳ​ເນີນການ​ຮຽນ-ການ​ສອນຜ່ານສື່ອອນລາຍໃນໄລຍະໂຄວິດ-19

ກະຊວງສຶກສາດຳ​ເນີນການ​ຮຽນ-ການ​ສອນຜ່ານສື່ອອນລາຍໃນໄລຍະໂຄວິດ-19

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ສະ​ຖາ​ບັນ​ຄົ້ນ­ຄວ້າ​ ວິ­ທະ­ຍາ­ສາດ​ການ​ສຶກ​ສາ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ​ໄດ້​ຜະລິດ​ສື່​ການ​ຮຽນ​-ການ​ສອນ​ອອນ​ລາຍ​ ໃນຊ່ວງໄລ­ຍະ​ພັກ​ຮຽນເພື່ອ​ປ້ອງ​ກັນ ​ແລະ  ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ ​ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19. ​

ປັດຈຸບັນ​​ກຳລັງດຳ​ເນີນການ​ຮຽນ–ການ​ສອນ ຈົນ​​ເຖິງວັນ​ທີ 21 ​ເມສາ 2020 ຊຶ່ງໄດ້​ອອກ​ອາ­ກາດ ​ຜ່ານ​ລາຍ­ການ ​ໂທລະ­ພາບ​ສຶກ​ສາ​ກິ­ລາ, ລາຍ­ການ​ສຶກ​ສາ​ໃໝ່ ທາງ​ສະ­ຖາ­ນີ​ໂທລະ ພາບ​ລາວ​ຊ່ອງ 1, ລາຍ­ການ​ວິ­ທະ­ຍຸ​ສຶກ​ສາ ທາງ​ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ ແລະ ຈະ​ອັບໂຫລດ​ລົງ​ສື່​ອອນ​ລາຍ ເຊັ່ນ: ເຟດ​ບຸ໊ກ​ເພ​ຈ Edu-sport TV online ແລະ ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ການ​ສຶກ​ສາ.

ສຳ­ລັບ​ສື່​ການ​ຮຽນ​-ການ​ສອນ​ຊັ້ນ​ປະ­ຖົມ​ສຶກ​ສາ​ ທີ່​ຜະ­ລິດ​ໃນ​ຄັ້ງ​ນີ້ປະ­ກອບ​ມີ: ວິ­ຊາ​ຄະ­ນິດ­ສາດ ​ແລະ ພາ­ສາ​ລາວ ຊັ້ນ 1  ແລະ ຜະ­ລິດ​ສື່​ວິ­ຊາ​ພາ­ສາ​ລາວ, ຄະ­ນິດ­ສາດ, ພາ­ສາ​ອັງ­ກິດ ຂອງຊັ້ນ ປ 3, ປ 4 ແລະ ປ 5.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...