spot_img
Homeຂ່າວຕ່າງປະເທດແອນ້ອຍອາຍຸ 6 ອາທິດ ໃນອາເມລິກາ ເສຍຊີວິດຈາກການຕິດເຊື້ອໂຄວິດ-19

ແອນ້ອຍອາຍຸ 6 ອາທິດ ໃນອາເມລິກາ ເສຍຊີວິດຈາກການຕິດເຊື້ອໂຄວິດ-19

Published on

ສຳນັກຂ່າວ Channel News Asia (CNA) ລາຍງານວ່າ ນາຍົກລັດຖະມົນຕີ ຂອງລັດ ຄອນເນັກຕິກັດ (Connecticut) ໄດ້ອອກມາເປີດເຜີຍ ໃນວັນທີ 1 ເມສາ ທີ່ຜ່ານມາວ່າ ມີຜູ້ເສຍຊີວິດຈາກພະຍາດໄວຣັສໂຄວິດ-19 ເປັນແອນ້ອຍອາຍຸ 6 ອາທິດ ຖືເປັນໜຶ່ງໃນກໍລະນີເສຍຊີວິດທີ່ອາຍຸນ້ອຍທີ່ສຸດໃນປະເທດ.

ທ່ານ Ned Lamont ຜູ້ເປັນນາຍົກຂອງລັດ ໄດ້ເລົ່າເລື່ອງລາວນີ້ຜ່ານຂໍ້ຄວາມໃນເວັບໄຊ້ ທະວິດເຕີ (Twitter) ວ່າ ມີແອນ້ອຍຖືກນຳສົ່ງໂຮງໝໍໃນພາວະທີ່ບໍ່ມີການຕອບສະໜອງ ແລະ ບໍ່ສາມາດຊ່ວຍໃຫ້ຟື້ນຄືນໄດ້, ມື້ຄືນ ຜົນກວດພະຍາດໂຄວິດ-19 ກໍ່ອອກມາເປັນບວກ, ກໍລະນີນີ້ຖືເປັນກໍລະນີທີ່ເສົ້າສະຫຼົດໃຈທີ່ສຸດ ເຊື່ອວ່າເປັນກໍລະນີເສຍຊີວິດຈາກການຕິດເຊື້ອໂຄວິດ-19 ທີ່ອາຍຸນ້ອຍທີ່ສຸດໃນທຸກແຫ່ງຫົນ. ອາທິດທີ່ແລ້ວ ລັດ ອີລິນອຍກໍ່ມີລາຍງານວ່າມີກໍລະນີຜູ້ເສຍຊີວິດຈາກໄວຣັສນີ້ ເປັນເດັກແອນ້ອຍອາຍຸ 9 ເດືອນ.

ຫຼ້າສຸດໃນສະຫະລັດອາເມລິກາ ມີກໍລະນີເສຍຊີວິດຈາກພະຍາດໄວຣັສໂຄວິດ-19 ເປັນຈໍານວນຢ່າງໜ້ອຍ 4,476 ກໍລະນີ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...