Homeຂ່າວຕ່າງປະເທດກຳປູເຈຍສັ່ງປິດກາສິໂນທົ່ວປະເທດເພື່ອຫຼຸດຄວາມສ່ຽງການລະບາດໂຄວິດ-19

ກຳປູເຈຍສັ່ງປິດກາສິໂນທົ່ວປະເທດເພື່ອຫຼຸດຄວາມສ່ຽງການລະບາດໂຄວິດ-19

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດ ກຳປູເຈຍ ໃນວັນທີ 30 ມີນາ 2020 ວ່າ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ອອກຖະແຫຼງການເມື່ອວັນຈັນວ່າ ກາສິໂນທຸກແຫ່ງໃນປະເທດຈະປິດໃຫ້ບໍລິການຢ່າງບໍ່ມີກຳນົດ ຕັ້ງແຕ່ເວລາ 23.59 ນາທີ ຕາມເວລາທ້ອງຖິ່ນຂອງວັນທີ 1 ເມສານີ້ ເຊິ່ງເປັນມາດຕະການຫຼ້າສຸດຂອງລັດຖະບານ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອໂຄວິດ-19 ໃນປະເທດ.

ທັງນີ້, ຄຳສັ່ງດັ່ງກ່າວຂອງ ສົມເດັດ ຮຸນເຊນ ເກີດຂຶ້ນບໍ່ດົນ ຫຼັງກະຊວງສາທາລະນະສຸກຂອງກຳປູເຈຍ ລາຍງານການພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດເພີ່ມອີກ 4 ຄົນ ເຮັດໃຫ້ປັດຈຸບັນມີຕົວເລກຜູ້ຕິດເຊື້ອສະສົມ 107 ຄົນ ໂດຍຜູ້ປ່ວຍກໍລະນີຫຼ້າສຸດ ແມ່ນຊາຍຊາວຝຣັ່ງໄວອາຍຸ 61 ປີ ທີ່ເດີນທາງມາກຳປູເຈຍເມື່ອວັນທີ 22 ມີນາ ທີ່ຜ່ານມາ ແລະ ຊາຍກຳປູເຈຍອາຍຸ 30 ປີ ເປັນພະນັກງານຂອງກາສິໂນແຫ່ງໜຶ່ງ ທີ່ເມືອງ ປອຍເປດ ເຊິ່ງມີຊາຍແດນຕິດກັບປະເທດໄທ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...