Homeຂ່າວທ້ອງຖິ່ນຫວຽດນາມສັ່ງຫ້າມມີການຊຸມນຸມເກີນ 20 ຄົນ ເພື່ອປ້ອງກັນການລະບາດຂອງໂຄວິດ-19

ຫວຽດນາມສັ່ງຫ້າມມີການຊຸມນຸມເກີນ 20 ຄົນ ເພື່ອປ້ອງກັນການລະບາດຂອງໂຄວິດ-19

Published on

ສຳນັກຂ່າວຣອຍເຕີ ລາຍງານຈາກ ນະຄອນຫຼວງ ຮ່າໂນ່ຍ ປະເທດ ຫວຽດນາມເມື່ອວັນທີ 26 ມີນາ 2020 ວ່າ ທ່ານ ຫງຽນ ຊວນ ຟຸກ ນາຍົກລັດຖະມົນຕີ ຫວຽດນາມຖະແຫຼງການວ່າ ລັດຖະບານຫວຽດນາມຂໍປະກາດຫ້າມຊຸມນຸມກັນເກີນ 20 ຄົນ ໃນອີກສອງອາທິດຕໍ່ໜ້າ ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ກຳລັງລະບາດໃນຂະນະນີ້.

ນອກຈາກນີ້, ຍັງສັ່ງໃຫ້ເມືອງໃຫຍ່ທົ່ວປະເທດ ລະງັບການເດີນທາງທີ່ບໍ່ຈຳເປັນໄວ້ກ່ອນ ທາງກະຊວງສາທາລະນະສຸກ ຫວຽດນາມຖະແຫຼງການວ່າ ທົ່ວປະເທດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 148 ກໍລະນີ ແຕ່ຍັງບໍ່ມີຜູ້ເສຍຊີວິດ.

ທາງລັດຖະບານຫວຽດນາມ ໄດ້ເຮັດການກັກຕົວຜູ້ທີ່ເດີນທາງກັບຈາກຕ່າງປະເທດງວດທຳອິດ ເມື່ອຕົ້ນເດືອນມີນາ ທີ່ຜ່ານມາ ຈຳນວນ 44,955 ຄົນ ໄວ້ທີ່ສູນກັກກັນໂຣກເຊິ່ງມີກອງທັບເປັນຜູ້ດູແລ ແລະ ກໍ່ໄດ້ມີການປ່ອຍຕົວໃຫ້ກັບບ້ານໄປແລ້ວ 6,744 ຄົນ ໃນວັນຈັນທີ່ຜ່ານມາ.

ຫວຽດນາມເປັນປະເທດໜຶ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ໄດ້ຮັບການຍ້ອງຍໍໃນດ້ານການຕໍ່ສູ້ກັບເຊື້ອໄວຣັດໂຄວິດ-19 ຈົນເຮັດໃຫ້ຕົວເລກຜູ້ຕິດເຊື້ອມີໜ້ອຍກວ່າປະເທດເພື່ອນບ້ານ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...