spot_img
Homeຂ່າວຕ່າງປະເທດຈິນປະກາດປິດປະເທດ ຫ້າມຕ່າງຊາດເດີນທາງເຂົ້າເປັນການຊົ່ວຄາວ

ຈິນປະກາດປິດປະເທດ ຫ້າມຕ່າງຊາດເດີນທາງເຂົ້າເປັນການຊົ່ວຄາວ

Published on

ເມື່ອຄືນນີ້ ກະຊວງການຕ່າງປະເທດ ຮ່ວມກັບ ກົມກວດຄົນເຂົ້າເມືອງ ຂອງປະເທດ ຈີນ ໄດ້ອອກມາປະກາດຫ້າມນັກທ່ອງທ່ຽວ, ຜູ້ຖືວີຊ່າຕ່າງໆ ແລະ ຜູ້ຖືໃບອະນຸຍາດພັກເຊົາ ເດີນທາງເຂົ້າປະເທດເປັນການຊົ່ວຄາວ ຫຼັງມີການແຜ່ລະບາດຂອງພະຍາດໄວຣັສໂຄວິດ-19 ໄປທົ່ວໂລກ.

ຜູ້ທີ່ຖືວີຊ່າການທູດ, ລັດຖະການ ແລະ ຈຸບິນຂອງສາຍການບິນຕ່າງໆ ແມ່ນສາມາດເດີນທາງເຂົ້າປະເທດໄດ້ປົກກະຕິ, ສ່ວນຜູ້ທີ່ເດີນທາງເຂົ້າປະເທດເພື່ອມາເຮັດວຽກໃນສາຍງານເສດຖະກິດ, ການຄ້າ, ວິທະຍາສາດ ຫຼື ເຕັກໂນໂລຊີ ແມ່ນຕ້ອງໄດ້ເຮັດວິຊ່າກັບສະຖານທູດ ຫຼື ກົງສູນໃນປະເທດຂອງຕົນເອງ, ເຊິ່ງວີຊ່າດັ່ງກ່າວທີ່ອອກໃຫ້ຫຼັງປະກາດມາດຕະການນີ້ຈະບໍ່ໄດ້ຮັບຜົນກະທົບ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...