spot_img
Homeຂ່າວທ້ອງຖິ່ນບົດຂ່າວຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ປະຈໍາວັນທີ 24 ມີນາ 2020

ບົດຂ່າວຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ປະຈໍາວັນທີ 24 ມີນາ 2020

Published on

ບົດອອກຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ປະຈໍາວັນທີ 24 ມີນາ ປີ2020

ໂດຍ: ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ, ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ

  1. ສະພາບການ COVID-19 ໃນທົ່ວໂລກ

ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 23 ມີນາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 194 ປະເທດ, ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 377,896 ກໍລະນີ (ເພີ່ມຂື້ນ 42,230 ກໍລະນີ ເກືອບທັງໝົດກໍລະນີໃໝ່ ແມ່ນຢູ່ນອກ ສປ ຈີນ), ເສຍຊິວິດ 16,492 (ເພີ່ມຂື້ນ 1,871 ກໍລະນີ) ແລະ ປີ່ນປົວຫາຍດີ 102,064 (ເພີ່ມຂື້ນ 4,428).  

  1. ສະພາບການເຝົ້າລະວັງ COVID-19 ໃນ ສປປ ລາວ
  2. ມາດຕະການຕໍ່ແຮງລາວ ທີ່ກັບມາຈາກປະເທດໄທ
  • ວັນທີ 23 ມີນາ 2020, ມີແຮງງານລາວ ທີ່ເດີນທາງຜ່ານຊາຍແດນຕິດຈອດກັບ ປະເທດໄທ ແຕ່ເໜືອຮອດໃຕ້ ເປັນຈຳນວນຫຼາຍເຊິ່ງລວມມີ ຜູ້ເດີນທາງເຂົ້າມາທັງໝົດ 26,326 ຄົນ (ລວມມີ ຄົນລາວ, ໄທ, ຫວຽດນາມ), ແຕ່ລະດ່ານໄດ້ມີການເຂັ້ມງວດ ໃນການກັ່ນກອງຊອກຫາຜູ້ມີອາການໄຂ້, ເຊິ່ງພົບວ່າໃນດ່ານຊ່ອງເມັກ ມີຈຳນວນ 07 ຄົນ ທີ່ມີອາການໄຂ້ ແລະ ໄດ້ສົ່ງໄປແຍກປ່ຽວຢູ່ໂຮງໝໍ ເພື່ອຕິດຕາມອາການ ພ້ອມທັງໄດ້ເກັບຕົວຢ່າງ ສົ່ງມາກວດຢູ່ຫ້ອງວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ.
  • ສຳລັບຜູ້ທີ່ບໍ່ມີອາການໄຂ້ ແມ່ນໄດ້ແນະນຳ ວິທີປ້ອງກັນ ແລະ ວິທີຈຳກັດບໍລິເວນຂອງຕົນເອງ ຢູ່ເຮືອນ ພ້ອມທັງ ແຈກຢາຍຄູ່ມືປະຕິບັດຕົນເອງ ແລະ ຜ້າອັດປາກດັງ ກ່ອນຈະອອກເດີນທາງກັບທ້ອງຖິ່ນຂອງຕົນ.
  • ໄດ້ແຈ້ງໃຫ້ອຳນາດການປົກຄອງ ຂອງຜູ້ທີ່ເດີນທາງມາຈາກປະເທດໄທ ໃຫ້ຕິດຕາມ, ກວດກາ, ອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ ການຈຳກັດບໍລິເວນຕົນເອງ ຈົນຄົບ 14 ວັນ.
  1. ມາດຕະການຕໍ່ຜູ້ທີ່ມີອາການໄຂ້ ສົງໄສຕິດເຊື້ອ COVID-19

ມາຮອດປະຈຸບັນ ມີກໍລະນີສົງໄສຕິດເຊື້ອສະສົມ ທີ່ໄດ້ເກັບຕົວຢ່າງມາກວດທັງໝົດ 131 ກໍລະນີ, ສໍາລັບ ວັນທີ 23 ມີນາ 2020 ມີຈໍານວນ 14 ກໍລະນີ ແລະ ໃຫ້ຜົນກວດພົບວ່າ ຕິດເຊື້ອພະຍາດ COVID-19 ຈຳນວນ 02 ກໍລະນີ.

ກໍລະນີທີ 01: ເພດຍິງ, ອາຍຸ 36 ປີ, ສັນຊາດ: ລາວ, ອາຊີບ: ເປັນຜູ້ນໍາທ່ຽວ ເຊິ່ງຕິດຈາກນັກທ່ອງທ່ຽວຊາວຕ່າງປະເທດ.

ກໍລະນີທີ 02: ເພດຊາຍ, ອາຍຸ 28 ປີ, ສັນຊາດ: ລາວ, ອາຊີບ: ພະນັກງານໂຮງແຮມຄຣາວພລາຊ່າ ເຊິ່ງມີປະຫວັດການເດີນທາງໄປປະຊຸມ ທີ່ບາງກອກ, ປະເທດໄທ.

ປະຈຸບັນທັງ 02 ກໍລະນີ ໄດ້ເຂົ້າຮັບການແຍກປ່ຽວ ແລະ ປິ່ນປົວຢູ່ໂຮງໝໍມິິດຕະພາບ, ອາການທົ່ວໄປຂອງພວກກ່ຽວຢູ່ໃນສະພາບດີ ແລະ ໄດ້ຮັບການເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ຈາກພະນັກງານແພດ, ພະຍາບານ ແລະ ຜູ້ຮັບຜິດຊອບອຳນວຍຄວາມສະດວກດ້ານຕ່າງໆ.

  • ທີມງານເຝົ້າລະວັງຍັງສືບຕໍ່ຄົ້ນຫາ ຜູ້ສຳຜັດໃກ້ຊິດຂອງທັງ 02 ກໍລະນີ ເພື່ອປະຕິບັດມາດຕະການຈໍາກັດບໍລິເວນ ແລະ ເຝົ້າລະວັງອາການຂອງພະຍາດ.
  • ໄດ້ສົ່ງທີມງານລົງປະຕິບັດ ຫຼັກການອະນາໄມຂ້າເຊື້ອຢູ່ໂຮງແຮມ, ສະຖານທີ່ພັກເຊົາຂອງພວກກ່ຽວ.
  1. ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໃຫ້ຄວາມຮ່ວມມື ເພື່ອເກັບກຳຂໍ້ມູນລະອຽດ ແລະ ສືບຕໍ່ປະຕິບັດມາດຕະການຕ່າງໆ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...