spot_img
Homeຂ່າວຕ່າງປະເທດວັນນີ້! "ດູເຕີເຕ" ຈະເຂົ້າກວດຫາເຊື້ອໂຄວິດ-19 ແລະ ອາດກັກບໍລິເວນຕົວເອງ

ວັນນີ້! “ດູເຕີເຕ” ຈະເຂົ້າກວດຫາເຊື້ອໂຄວິດ-19 ແລະ ອາດກັກບໍລິເວນຕົວເອງ

Published on

The Straits Times ລາຍງານໃຫ້ຮູ້ວ່າປະທານາທິບໍດີຟິລິບປິນ ທ່ານ ໂຣດຣິໂກ ດູເຕີເຕ ຈະເຂົ້າຮັບການກວດຫາເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ-19 (Covid-19) ໃນວັນທີ 12 ມີນາ 2020 ນີ້ ຫຼັງຈາກລັດຖະມົນຕີກະຊວງ 3 ທ່ານ ແລະ ສະມາຊິກສະພາສູງສອງທ່ານ ກ່າວວ່າພວກເຂົາໄດ້ຕິດຕໍ່ພົວພັນກັບຜູ້ທີ່ຕິດເຊື້ອ.

ສະມາຊິກສະພາສູງທ່ານ ບອງໂກ (Bong Go), ຜູ້ທີ່ຍັງເຮັດໜ້າທີ່ເປັນຜູ້ຊ່ວຍເຫຼືອທີ່ໃກ້ທີ່ສຸດຂອງທ່ານ ດູເຕີເຕ ບໍ່ໄດ້ກ່າວເຖິງເຫດຜົນທີ່ທ່ານ ດູເຕີເຕ ຕັດສິນໃຈທົດສອບຕົວເອງ ຫຼືວ່າ ລາວຈະວາງຕົວເອງຢູ່ພາຍໃຕ້ການກັກກັນ.

ສິ່ງນີ້ເກີດຂື້ນ ໃນຂະນະທີ່ກະຊວງສາທາລະນະສຸກຂອງຟິລິບປິນ ໄດ້ຢືນຢັນວ່າມີແມ່ຍິງອາຍຸ 67 ປີຄົນໜຶ່ງ ໄດ້ເສຍຊີວິດຢູ່ໂຮງໝໍ ໃນນະຄອນຫຼວງ ມະນິລາ, ເຊິ່ງເປັນຄົນຟີລິບປິນຄົນທຳອິດທີ່ເສຍຊີວິດຈາກການຕິດເຊື້ອ ໂຄວິດ-19, ເຊິ່ງເປັນໂຣກທີ່ເກີດຈາກເຊື້ອໄວຣັສ ແລະ ການເສຍຊີວິດຂອງນາງແມ່ນການເສຍຊີວິດຄັ້ງທີສອງທີ່ບັນທຶກໃນຟີລິບປິນ. ເນື່ອງຈາກວ່າມີນັກທ່ອງທ່ຽວຊາວຈີນຜູ້ໜຶ່ງ ທີ່ມາປະເທດຟີລິບປິນ ໄດ້ເສຍຊີວິດຢູ່ໂຮງໝໍລັດແຫ່ງໜຶ່ງ ໃນເດືອນມັງກອນທີ່ຜ່ານ, ເຊິ່ງນັ້ນເປັນການເສຍຊີວິດຄັ້ງທຳອິດທີ່ບັນທຶກຢູ່ນອກແຜ່ນດິນໃຫຍ່ຈີນ ແລະ ປັດຈຸບັນ ຟິລິບປິນມີຍອດຜູ້ຕິດເຊື້ອໂຄວິດ-19 ໃນປະເທດລວມມີ 6 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...