Homeຂ່າວຕ່າງປະເທດໄໝ້ເກືອບໝົດ! ສາວຈີນຢ້ານໂຄວິດ-19 ນຳເງິນເຂົ້າເຕົາອົບໄມໂຄຣເວບຫວັງຂ້າເຊື້ອ

ໄໝ້ເກືອບໝົດ! ສາວຈີນຢ້ານໂຄວິດ-19 ນຳເງິນເຂົ້າເຕົາອົບໄມໂຄຣເວບຫວັງຂ້າເຊື້ອ

Published on

ເມື່ອວັນທີ 5 ມີນາ 2020 ທີ່ຜ່ານມາ ເວັບໄຊ້ Mothership.sg ລາຍງານວ່າ ໃນໂລກໂຊຊຽວປະເທດຈີນໄດ້ແຊຣ໌ເລື່ອງລາວຂອງສາວຊາວຈີນຄົນໜຶ່ງທີ່ມີຊື່ວ່າ ນາງ ຫຼີ ເກີດຄວາມວິຕົກກັງວົນໃນສະຖານະການ ໂຄວິດ-19 ທີ່ແຜ່ລະບາດຢ່າງຮຸນແຮງ ນາງຈຶ່ງໄດ້ນຳທະນະບັດຈຳນວນ 3.000 ຢວນ ໄປໃສ່ໃນໄມໂຄເວບ ເພື່ອຈະຂ້າເຊື້ອ.

ຕາມການລາຍງານລະບຸວ່າ ນາງ ຫຼີ ມີຄວາມເຊື່ອວ່າ ຄວາມຮ້ອນຂອງໄມໂຄຣເວບຈະຊ່ວຍຂ້າເຊື້ອໄດ້ ເຊິ່ງນາງເອງກໍ່ບໍ່ຮູ້ຜົນແນ່ນອນວ່າມັນຈະຊ່ວຍຂ້າເຊື້ອໄດ້ແທ້ ຫຼືບໍ່ ແຕ່ສິ່ງທີ່ແນ່ນອນຄື ທະນະບັດຂອງນາງຫຼັງນຳອອກມາຈາກໄມໂຄເວບ ມັນໄດ້ໄໝ້ກອບໝົດສະພາບຮຽບຮ້ອຍ. ແຕ່ຖືວ່າຍັງໂຊກດີທີ່ທະນະບັດຂອງນາງ ຫຼີ ເຖິງແມ່ນວ່າຈະໄໝ້ເສຍຫາຍ ແຕ່ທາງທະນາຄານກໍ່ຍັງຮັບແລກທະນະບັດໃໝ່ທີ່ສະອາດປອດເຊື້ອໃຫ້ກັບນາງ ເຊິ່ງທາງຕົວແທນທະນາຄານເຜີຍກັບສື່ທ້ອງຖິ່ນວ່າ ທາງທະນາຄານ ແລະ ສະຖາບັນການເງິນມີຂະບວນການຂ້າເຊື້ອ ໂດຍໃຊ້ແສງອັລຕຣ້າໄວໂອເລດທີ່ມີອຸນຫະພູມສູງ ຈຶ່ງໝັ້ນໃຈໄດ້ວ່າ ທະນະບັດທີ່ອອກໄປນັ້ນປອດໄພແທ້.

ໂດຍໃນວັນທີ 3 ມີນາ 2020 ທີ່ຜ່ານມາ ມີລາຍງານລະບຸວ່າ ທາງອົງການອະນາໄມໂລກໄດ້ເຕືອນວ່າ ທະນະບັດອາດເປັນແຫຼ່ງສະສົມ ແລະ ແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາ ໂດຍບອກວ່າເຊື້ອສາມາດຢູ່ໃນຜິວຂອງທະນະບັດໄດ້ຫຼາຍມື້ ຈຶ່ງແນະນຳໃຫ້ໃຊ້ເທັກໂນໂລຍີຕ່າງໆ ຊຳລະເງິນແທນການໃຊ້ເງິນສົດ ຫຼື ຫາກຈຳເປັນຕ້ອງໃຊ້ເງິນສົດ ກໍ່ຄວນລ້າງມືໃຫ້ສະອາດທຸກຄັ້ງຫຼັງຈາກສຳພັດກັບເງິນແລ້ວ.
ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...