Homeຂ່າວທ້ອງຖິ່ນລັດພວມເລັ່ງຫາທາງຊ່ວຍຜູ້ປະກອບການທ່ອງທ່ຽວທີ່ຮັບຜົນກະທົນຈາກພິດໂຄໂຣນາລະບາດ

ລັດພວມເລັ່ງຫາທາງຊ່ວຍຜູ້ປະກອບການທ່ອງທ່ຽວທີ່ຮັບຜົນກະທົນຈາກພິດໂຄໂຣນາລະບາດ

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 5 ມີນາ 2020 ວ່າ ການແພ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດການທ່ອງທ່ຽວຢ່າງໜັກໃນທົ່ວໂລກ ສຳລັບປະເທດລາວເຮົາ ບໍລິສັດທ່ອງທ່ຽວສ່ວນຫຼາຍແມ່ນໄດ້ມີການຜັດປ່ຽນກັນເຮັດວຽກເຊັ່ນ: ຜູ້ໜຶ່ງຈະໄດ້ເຮັດວຽກສອງອາທິດຕໍ່ເດືອນ ແລະ ພັກສອງອາທິດ ແຕ່ພວກເຂົາຈະໄດ້ເງີນເດືອນພຽງແຕ່ເຄິ່ງດຽວ.

ແຂກທີ່ຈອງໂຮງແຮມແມ່ນຫຼຸດຈາກແຕ່ກ່ອນປະມານ 80%, ສະນັ້ນ ໂຮງແຮມສ່ວນໃຫຍ່ແມ່ນໄດ້ມີມາດຕະການໃຫ້ພະນັກງານມາວຽກແຕ່ເຊົ້າ ແລະ ຖ້າວຽກຂອງຕົນເອງສຳເລັດແລ້ວແມ່ນສາມາດເລີກວຽກກ່ອນໂມງໄດ້ ເພື່ອປະຢັດນໍ້າປະປາ ແລະ ໄຟຟ້າ ເນື່ອງຈາກວ່າບໍ່ມີແຂກມາພັກເຊົ່າຫຼາຍ, ແຕ່ພວກເຂົາຈະໄດ້ເງິນເດືອນປົກກະຕິ.

ທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ໄດ້ກ່າວວ່າ: ປະຈຸບັນ ໂຮງແຮມຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຍ້ອນການລະບາດຂອງພະຍາດດັ່ງກ່າວ ເພາະວ່າ ແຂກທີ່ຈອງຫ້ອງແມ່ນໄດ້ຍົກເລີກການຈອງທັງໝົດ ໂດຍສະເພາະແມ່ນນັກທ່ອງທ່ຽວ ແລະ ຜູ້ທີ່ຈະເດີນທາງມາຮ່ວມກອງປະຊຸມຢູ່ ສປປ ລາວ.

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮ່ວມກັບພາກສ່ວນທຸລະກິດຈັດກອງປະຊຸມເພື່ອປະເມີນຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ທີ່ມີຕໍ່ບໍລິສັດທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ.

ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາມວ່າ: ປະຈຸບັນທາງພາກລັດແມ່ນກຳລັງປະເມີນຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ແລະ ກຳລັງສັງລວມຂໍ້ມູນເພື່ອເລັ່ງຊ່ວຍເຫຼືອຜູ້ປະກອບການທີ່ຖືກຜົນກະທົບ ເຊິ່ງລາຍລະອຽດຈະຖືກລາຍງານອີກເທື່ອໜື່ງໃນໄວໆນີ້.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...