Homeຂ່າວທ້ອງຖິ່ນລັດໃຫ້ເລື່ອນການໄປປະຕິບັດວຽກງານຂອງລັດຖະກອນຢູ່ປະເທດທີ່ມີການລະບາດຂອງໂຄວິດ-19

ລັດໃຫ້ເລື່ອນການໄປປະຕິບັດວຽກງານຂອງລັດຖະກອນຢູ່ປະເທດທີ່ມີການລະບາດຂອງໂຄວິດ-19

Published on

ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 2 ມີນາ 2020 ວ່າ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ອອກແຈ້ງການໃຫ້ພິຈາລະນາການເລື່ອນ ຫຼື ໂຈະການໄປປະຕິບັດວຽກງານຂອງພະນັກງານລັດຖະກອນຢູ່ປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19.

ອີງຕາມແຈ້ງການ ສະບັບເລກທີ 003/ສພກ ລົງວັນທີ 2 ມີນາ 2020 ຂອງຄະນະສະເພາະກິດ ດັ່ງກ່າວ ເຊິ່ງໄດ້ສະເໜີໃຫ້ພາກສ່ວນຕ່າງໆ ພິຈາລະນາ ການອະນຸມັດໃຫ້ພະນັກງານເດີນທາງໄປປະຕິບັດງານຢູ່ບັນດາປະເທດ ທີ່ມີການລະບາດຂອງພະຍາດ ໂຄວິດ-19. ຖ້າມີຄວາມຈໍາເປັນແທ້ ກໍ່ຕ້ອງປະຕິບັດຕາມມາດຕະການເຝົ້າລະວັງ ແລະ ປ້ອງກັນການຕິດເຊື້ອຕາມການແນະນໍາຂອງປະເທດເຈົ້າພາບຢ່າງເຂັ້ມງວດ ໂດຍສະເພາະການປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອພະຍາດດັ່ງກ່າວ.

ການເດີນທາງໄປປະເທດທີ່ມີການລະບາດ ແມ່ນມີຄວາມສ່ຽງສູງໃນການຕິດເຊື້ອ ແລະ ຈະນໍາມາແຜ່ລະບາດໃນປະເທດເຮົາ ຍ້ອນວ່າປະຈຸບັນນີ້ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເທື່ອ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...