Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ​ແຂວງ​ອັດ​ຕະປືມ້າງ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ອັນຕະລາຍ

ປກສ ​ແຂວງ​ອັດ​ຕະປືມ້າງ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ອັນຕະລາຍ

Published on

666 001

 

​ເຈົ້າ​ໜ້າ​ທີ່ ປກສ ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ​​ເຈົ້າໜ້າທີ່ຂອງຕົນ ສາມາດມ້າງ​ຂະ​ບວນການ​ຄ້າຂາຍ​

ຢາ​ເສບ​ຕິດຕົວ​ອັນຕະລາຍ​​ໃນເຮືອນ​ຫລັງ​ໜຶ່ງ​ ຢູ່​ບ້ານ​ສາມັກຄີ,​ ເມືອງ​ສາມັກຄີ​ໄຊ, ສາມາດ​ຈັບ​ຜູ້​ຕ້ອງ​ຫາ​ໄດ້​ຄື:

ທ້າວ ຈັນ ອາຍຸ 37 ປີ ​ແລະ ນາງ​ ວຽງ ອາຍຸ 32 ປີ ທັງ​ສອງ​ເປັນ​ຄູ່​ຜົວ​ເມຍ​ກັນ​ ​ແລະ ​ເປັນ​ເຈົ້າ​ຂອງ​ເຮືອນ ​ແລະ ທ້າວ ​

ໄຊ​ພອນ ອາຍຸ 28 ປີ​ຢູ່​ບ້ານ​ດ່ານ​ດອນ​ຈັນ,​ເມືອງ​ລະ​ມາ​ມ,​ ແຂວງ​ເຊ​ກອງ ເຊິ່ງ​ເປັນ​ລູກ​ຄ້າ​ທີ່​ພວມ​​ຊື້ຢາ​ບ້າ​ນຳ​​ກັນຢູ່​

ເຮືອນດັ່ງກ່າວ, ພ້ອມ​ຂອງ​ກາງ​ຢາ​ບ້າ 4 ພັນ​ເມັດ, ​ເງິນສົດ​ໜຶ່ງ​ລ້ານ​ກວ່າ​ກີບ ​ແລະ ໂທລະສັບມື​ຖື 6 ໜ່ວຍ, ຈຶ່ງ​ໄດ້​

ຢຶດ​ໄວ້​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.​

 

ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ: ພວກ​ກ່ຽວ​ແມ່ນ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດ​ອັນຕະລາຍ ​ແລະ ​ເປັນ​ເປົ້າ​ໝາຍ​ຕິດຕາມ​

ຂອງ​ເຈົ້າ​ໜ້າ​ທີ່​ມາ​ດົນນານສົມຄວນ, ແຕ່​ເນື່ອງ​ຈາກ​ການ​ຊື້-ຂາຍ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຂອງ​ພວກ​ກ່ຽວ​​ໃນ​ໄລຍະ​ຜ່ານ​

ມາ​ແມ່ນ​ມີ​ວິທີ​ເລິກ​ແລບ​ແນ​ບນຽນຈຶ່ງ​ບໍ່​ມີ​ຫລັກ​ຖານ​ທີ່​ຈະ​ເອົາ​ຜິດ​ໄດ້, ຈົນ​​ໃນທີ່​ສຸດ​ເຈົ້າໜ້າ​ທີ່ພວກ​ເຮົາ​ກໍ​ສາມາດ

​ຈັ​ບຕົວ​ຂະ​ບວນການ​ ດັ່ງກ່າວມາ​ດຳ​ເນີນ​ຄະດີ​ໄດ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...