Homeຂ່າວຕ່າງປະເທດເຜີຍພຶດຕິກຳຜູ້ຕິດເຊື້ອໄວຣັສໂຄໂຣນາ 2ຄົນທີ່ດອນເມືອງ ປົກປິດປະຫວັດໄປຕ່າງປະເທດ

ເຜີຍພຶດຕິກຳຜູ້ຕິດເຊື້ອໄວຣັສໂຄໂຣນາ 2ຄົນທີ່ດອນເມືອງ ປົກປິດປະຫວັດໄປຕ່າງປະເທດ

Published on

ເວັບໄຊ້ຂ່າວໄທຣັດ ໄດ້ເປີດເຜີຍພຶດຕິກຳຜູ້ປ່ວຍຕິດເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ-19 ທີ່ດອນເມືອງ ພົບວ່າຜູ້ປ່ວຍເຄີຍເດີນທາງໄປປະເທດກຸ່ມສ່ຽງ ແຕ່ປົກປິດຂໍ້ມູນກັບທາງໂຮງໝໍ ກວ່າຈະຍອມຮັບເວລາກໍ່ຜ່ານໄປຫຼາຍມື້ແລ້ວ.

ເມື່ອວັນທີ 26 ກຸມພານີ້ ກະຊວງສາທາລະນະສຸກ (ປະເທດໄທ) ປະກາດໃຫ້ໄວຣັສໂຄໂຣນາ ຫຼື ໂຄວິດ-19 ເປັນໂຣກຕິດຕໍ່ອັນຕະລາຍ ແລະ ພົບວ່າມີຜູ້ປ່ວຍທີ່ເຂົ້າຄ່າຍຕິດເຊື້ອໄວຣັສໂຄໂຣນາ ເພີ່ມຂຶ້ນອີກ 2 ລາຍ ຫຼັງຈາກທີ່ທັງສອງກັບມາຈາກຍີ່ປຸ່ນ ເຊິ່ງທັງຄູ່ເປັນຄົນໃນຄອບຄົວດຽວກັນ ເຊິ່ງເປັນກໍລະນີຕິດເຊື້ອຈາກນອກປະເທດ ແລະ ໄດ້ເຂົ້າຮັກສາຕົວທີ່ໂຮງໝໍເອກະຊົນແຫ່ງໜຶ່ງໃນພື້ນທີ່ສະພານໃໝ່-ດອນເມືອງ.

ຈາກການກວດສອບພຶດຕິກຳຂອງຜູ້ປ່ວຍທີ່ຕິດເຊື້ອໄວຣັສວ່າ: ຜູ້ປ່ວຍໄດ້ເດີນທາງໄປທີ່ໂຮງໝໍເອກະຊົນດ້ວຍອາການໄຂ້ໄອ ແຕ່ບໍ່ເປີດເຜີຍຂໍ້ມູນກັບທາງໂຮງໝໍວ່າ ໄດ້ເດີນທາງໄປປະເທດກຸ່ມສ່ຽງ, ແພດໄດ້ບົ່ງມະຕິເບື້ອງຕົ້ນວ່າເປັນປອດອັກເສບ ແລະ ໃຫ້ເຂົ້າຮັບການຮັກສາຕົວທີ່ໂຮງໝໍ.

ໃນຕອນເຊົ້າຂອງວັນຕໍ່ມາ, ແພດຜູ້ຊ່ຽວຊານດ້ານໂຣກປອດໄດ້ເຂົ້າກວດອາການຜູ້ປ່ວຍ ແລະ ສອບຖາມປະຫວັດອີກຄັ້ງ, ແຕ່ຜູ້ປ່ວຍຍັງຄົງປະຕິເສດວ່າບໍ່ໄດ້ເດີນທາງໄປຕ່າງປະເທດ. ຈົນເມື່ອຮອດຕອນບ່າຍ, ຜູ້ປ່ວຍຈຶ່ງໄດ້ຮັບສາລະພາບວ່າໄດ້ເດີນທາງໄປປະເທດກຸ່ມສ່ຽງ. ດັ່ງນັ້ນ, ທາງໂຮງໝໍຈຶ່ງໄດ້ຕິດຕໍ່ໄປທີ່ສະຖາບັນປ້ອງກັນຄວບຄຸມພະຍາດເຂດເມືອງ ແລະ ໄດ້ຍ້າຍຜູ້ປ່ວຍເຂົ້າຮັກສາຕົວໃນຫ້ອງຄວາມດັນລົບ ແລະ ສົ່ງກວດ PCR COVID-19 ທັນທີ, ຈົນຮອດຕອນຄໍ່າຜົນກວດພົບວ່າຜູ້ປ່ວຍລາຍນີ້ພົບເຊື້ອໄວຣັສໂຄໂຣນາ ແລະ ສົ່ງຕົວໄປຮັກສາທີ່ໂຮງໝໍຂອງລັດຕາມຂັ້ນຕອນ.

ກຸ່ມແພດຂອງໂຮງໝໍທີ່ສຳພັດໃກ້ຊິດກັບຜູ້ປ່ວຍດັ່ງກ່າວຕ້ອງເຂົ້າຮັບການກວດສຸຂະພາບເນື່ອງຈາກສ່ຽງຕໍ່ການຕິດເຊື້ອໄວຣັສໂຄໂຣນາ ເຊິ່ງຜົນກວດບໍ່ພົບເຊື້ອ ແຕ່ຍັງຕ້ອງໄດ້ກວດຊໍ້າໃນຊ່ວງເວລາ 7-14ວັນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...