Homeຂ່າວທ້ອງຖິ່ນສູນການຄ້າຊັ່ງຈ່ຽງປິດຊົ່ວຄາວບໍ່ແມ່ນຍ້ອນໂຄໂຣນາ! ຜູ້ເຜີຍແຜ່ຂ່າວປອມລະວັງຖືກດຳເນີນຄະດີ

ສູນການຄ້າຊັ່ງຈ່ຽງປິດຊົ່ວຄາວບໍ່ແມ່ນຍ້ອນໂຄໂຣນາ! ຜູ້ເຜີຍແຜ່ຂ່າວປອມລະວັງຖືກດຳເນີນຄະດີ

Published on

ຂ່າວລືສະນັ່ນໃນໂລກອອນລາຍກ່ຽວກັບທີ່ວ່າມີຄົນຕິດເຊື້ອພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ສູນການຄ້າສາ​ກົນຊັ່ງຈ່ຽງ ຢູ່ນະຄອນຫຼວງວຽງຈັນ ໄດ້ກາຍເປັນປະເດັນຮ້ອນ ເຊິ່ງສ້າງຄວາມສົນໃຈໃຫ້ກັບປະຊາຊົນໃນວົງກ້ວາງ  ເຊິ່ງຜູ້​ບໍ​ລິ​ຫານ​ສູນການ​ຄ້າ​ດັ່ງ​ກ່າວກໍ່​ໄດ້​ອອກ​ໜັງ​ສື​ແຈ້ງ​ການເພື່ອ​ຢືນ​ຢັນ​ວ່າບໍ່​ມີ​ມູນ​ຄວາມ​ຈິງ.

ພາຍຫຼັງທີ່ມີຂ່າວປອມດັ່ງກ່າວອອກຢູ່ສື່ອອນລາຍ ໜ່ວຍງານທີ່ກ່ຽວຂ້ອງ ໂດຍສະເພາະ ກົມຄວບຄຸມ ພະຍາດຕິດຕໍ່, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ສາທາລະນະສຸກເມືອງ ພ້ອມໜ່ວຍງານທີ່ກ່ຽວຂ້ອງໄດ້ລົງໄປກວດກາຕິດຕາມຕົວຈິງ ພົບວ່າບໍ່ພົບເຫັນມີຄົນເຈັບທີ່ມີອາການຕິດເຊື້ອ ໂຄວິດ-19 ສ່ວນຂ່າວທີ່ອອກມາເປັນພຽງຂ່າວປອມບໍ່ເປັນຄວາມຈິງ.

ການທີ່ປິດສູນການຄ້າຊົ່ວຄາວນັ້ນ ຍ້ອນວ່າມີຄົນເຂົ້າໄປລັກໂທລະສັບມືຖືພາຍໃນສູນການຄ້າຈຶ່ງຈຳເປັນຕ້ອງປິດ ແລະ ມີເຈົ້າໜ້າທີ່ມາຊ່ວຍໃນການຈັບກຸມ.

ອີງຕາມການລາຍງານຈາກໜັງສືພິມວຽງຈັນທາມໃຫ້ຮູ້ວ່າ ​ໃນມື້ນີ້ ວັນທີ 25 ກຸມພາ 2020 ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງ ຖະແຫຼງຂ່າວ, ​ວັດ​ທະ​ນະ​ທຳ ແລະ ທ່ອງທ່ຽວ ກໍ່ໄດ້ຢືນຢັນຕໍ່ສື່ມວນຊົນ ວ່າຂ່າວດັ່ງກ່າວເປັນພຽງຂ່າວປອມຈາກກຸ່ມຄົນບໍ່ຫວັງດີເທົ່ານັ້ນ ແລະ ສູນການຄ້າດັ່ງກ່າວ ຍັງດຳເນີນການຄ້າ-ຂາຍ ເປັນປົກກະຕິ.

ທ່ານ ປິ່ນປາຖະໜາ ຍັງໄດ້ຮຽກຮ້ອງໃຫ້ ຜູ້ໃຊ້ສື່ອອນລາຍ ຢ່າເຜີຍແຜ່ຂ່າວປອມ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດ ເພາະຈະ ຖືກດຳເນີນຄະດີຕາມກົດໝາຍແຫ່ງ ສປປ ລາວ.

ເພື່ອ​ຊີ້​ແຈງ​ກ່ຽວ​ກ່ຽວ​ກັບ​ຂ່າວ​ປອມ​ດັ່ງ​ກ່າວ, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບ ຄຸມພະຍາດຕິດຕໍ່ ໄດ້ຢືນຢັນແລ້ວວ່າ ເປັນ​ພຽງ​ຂ່າວປອມ​ທີ່​ວ່າ​ມີ​ຜູ້​ຕິດ​ເຊື້ອ (COVID-19) ທີ່ສູນການຄ້າສາ​ກົນຊັ່ງຈ່ຽງ ແລະ ມາຮອດປັດຈຸບັນ ສປປ ລາວ ແມ່ນຍັງບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...