Homeຂ່າວທ້ອງຖິ່ນສະພາບເຫດການຢາເສບຕິດໃນແຂວງບໍ່ແກ້ວຍັງໜ້າເປັນຫ່ວງ

ສະພາບເຫດການຢາເສບຕິດໃນແຂວງບໍ່ແກ້ວຍັງໜ້າເປັນຫ່ວງ

Published on

ໜັງສືພິມປ້ອງກັນຄວາມສະຫງົບລາຍງານເມື່ອວັນທີ 26 ກຸມພາ 2020 ວ່າ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ສະພາບຢາເສບຕິດພາຍໃນແຂວງບໍ່ແກ້ວ ຍັງເປັນສິ່ງທ້າທາຍໃນການສະກັດ ແລະ ປາບປາມ, ເຊິ່ງໃນໄລຍະທີ່ຜ່ານມາ ກຸ່ມຄົນທີ່ລັກລອບຄ້າຂາຍຢາເສບຕິດ ດ້ວຍວິທີການທີ່ເລິກແລບແນບນຽນ ຈັດຕັ້ງເປັນເຄືອຂ່າຍ, ເປັນຂະບວນການ. ສະເພາະໃນ 1 ປີຜ່ານມາ, ສາມາດມ້າງຄະດີໄດ້ທັງໝົດ 177 ເລື່ອງ, ກັກຜູ້ຖືກຫາ 197 ຄົນ ຍິງ 12 ຄົນ. ໃນນີ້, ມີຄົນຕ່າງປະເທດ 15 ຄົນ ຢຶດຢາບ້າ 12.288.408 ເມັດ, ຢາໄອສ໌ 1.446 ກິໂລກຼາມ ກັບ 38 ຖົງ, ໂຄເຄນ 2 ກິໂລກຼາມ, ແປ້ງຝຸ່ນ 10 ໂຕນ, ຝິ່ນ 1 ຫໍ່, ເງິນກີບ 6.574000 ກີບ, ເງິນບາດ 71.450 ບາດ, ເງິນໂດລາ 100 ໂດລາ, ເງິນດົງ 140.000 ດົງ, ລົດໃຫຍ່ 17 ຄົນ, ລົດຈັກ 33 ຄັນ, ໂທລະສັບ 28 ເຄື່ອງ, ສາຍຄໍສີເຫຼືອງຄ້າຍຄືຄໍາ 3 ເສັ້ນ, ແຫວນສີເຫຼືອງຄ້າຍຄືຄໍາ 3 ວົງ, ປືນສັ້ນ 3 ກະບອກ ພ້ອມລູກ 17 ລູກ, ປືນຍາວ 2 ກະບອກ, ປືນປະດິດ 4 ກະບອກ, ປືນແກັບ 2 ກະບອກ, ປືນດັດຍິງລູກຕະປູ 1 ກະບອກ ພ້ອມລູກ 11 ລູກ, ສະຫຼຸບສຳ ນວນຄະດີ ສົ່ງໃຫ້ໄອຍະການ 128 ເລື່ອງ, ມີຜູ້ຖືກຫາ 159 ຄົນ, ຄົນຕ່າງປະເທດ 5 ຄົນ.

ໃນປີ 2020 ນີ້, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ຈະໄດ້ສຸມໃສ່ກໍາແໜ້ນບັນດາເປົ້າໝາຍທີ່ມີການພົວພັນກັບບັນຫາຢາເສບຕິດ ໂດຍມອບໃຫ້ພະນັກງານສືບຂ່າວລົງເກັບກໍາຂ່າວ-ສະພາບຢູ່ພື້ນທີ່ຕົວຈິງ, ເມື່ອກໍາໄດ້ສະພາບເປົ້າໝາຍກຸ່ມແກ້ງ, ເຄືອຂ່າຍການເຄື່ອນໄຫວ ແລ້ວຊອກຫາວິທີສະກັດກັ້ນຢ່າງທັນການ ແລະ ປັບປຸງແກ້ໄຂບັນດາຊ່ອງວ່າງ, ຄຸ້ມຄອງສຶກສາອົບຮົມປິ່ນປົວຜູ້ຕິດຢາເສບຕິດ ພາຍຫຼັງບໍາບັດອອກມາແລ້ວແລ້ວບໍ່ໃຫ້ກັບໄປພົວພັນກັບຢາເສບຕິດອີກ, ເອົາໃຈໃສ່ສະກັດກັ້ນກຸ່ມຄ້າຂາຍຢາເສບຕິດໃຫ້ມີລັກສະນະຫຼຸດລົງ ພ້ອມທັງຂຶ້ນແຜນນໍາສະເໜີໃຫ້ຂັ້ນເທິງ ເພື່ອລົງກວດກາຕາມຈຸດເສັ້ນທາງບ່ອນທີ່ມີການຂົນສົ່ງ ຫຼື ເສັ້ນທາງຜ່ານ.

ຢ່າງໃດກໍດີ, ການແກ້ບັນຫາດັ່ງກ່າວນີ້, ທຸກພາກສ່ວນທີ່ກ່ຽວຂ້ອງ ກໍຕ້ອງຊ່ວຍກັນໂຄສະນາສຶກສາອົບຮົມ ດ້ວຍຫຼາຍຮູບການ ເພື່ອປູກຈິດສໍານຶກໃຫ້ຄົນໃນສັງຄົມເຫັນໄດ້ເຖິງພິດໄພ ແລະ ຜົນຮ້າຍຂອງມັນ, ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານການບໍາບັດປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບໃຫ້ຜູ້ທີ່ຕົກເປັນຜູ້ເຄາະຮ້າຍ, ຕິດຕາມກວດກາ ແລະ ສຶກສາອົບຮົມບໍ່ໃຫ້ມີການລັກລອບປູກຝິ່ນ-ກັນຊາ ຫຼື ສານເສບຕິດອື່ນໆ, ສະກັດກັ້ນ ແລະ ປາບປາມພວກຄ້າ-ຂາຍຢາເສບຕິດຢູ່ຕາມທ້ອງຖິ່ນຕ່າງໆຢ່າງເຂັ້ມງວດ, ເດັດຂາດ ແລະ ຮັດກຸມ, ເພີ່ມທະວີການພົວພັນ-ຮ່ວມມືກັບສາກົນ ໂດຍສະເພາະກັບບັນດາປະເທດເພື່ອນບ້ານໃກ້ຄຽງ ເພື່ອແລກປ່ຽນຂໍ້ມູນ- ຂ່າວສານ ເພື່ອສະກັດກັ້ນ ແລະ ຕ້ານການລັກລອບຄ້າ-ຂາຍ ແລະ ລໍາລຽງຂົນສົ່ງຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...