spot_img
Homeຂ່າວຕ່າງປະເທດຮຸນເຊັນປະກາດລັດຈະຍົກເວັ້ນພາສີ ພ້ອມຊ່ວຍຈ່າຍເງິນເດືອນໃຫ້ກັບທຸລະກິດທີ່ຮັບຜົນກະທົບຈາກໂຄໂຣນາ

ຮຸນເຊັນປະກາດລັດຈະຍົກເວັ້ນພາສີ ພ້ອມຊ່ວຍຈ່າຍເງິນເດືອນໃຫ້ກັບທຸລະກິດທີ່ຮັບຜົນກະທົບຈາກໂຄໂຣນາ

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງພະນົມເປັນ ປະເທດ ກຳປູເຈຍ ເມື່ອວັນທີ 24 ກຸມພາ 2020 ວ່າ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ກ່າວເມື່ອວັນຈັນທີ່ຜ່ານມາວ່າ ໂຮງງານຕັດຫຍິບເສື້ອຜ້າໃນກຳປູເຈຍທີ່ໄດ້ຮັບຜົນກະທົບ “ຢ່າງໜັກ” ຈາກຜົນກະທົບຂອງໄວຣັສໂຄໂຣນາ ຫຼື ໂຄວິດ-19 ແລະ ການຫຼຸດພິເສດທາງການຄ້າ ທີ່ຮຽກວ່າຂາຍໄດ້ທຸກຢ່າງ ຍົກເວັ້ນອາວຸດ ຫຼື ອີບີເອ ຂອງອີຍູ ຈະໄດ້ຮັບການຍົກເວັ້ນພາສີເປັນເວລາຢ່າງໜ້ອຍ 6 ເດືອນ ແລະ ລັດຖະບານຈະຊ່ວຍຈ່າຍເງິນດືອນບາງສ່ວນ (40%) ໃຫ້ກັບຄົນງານຫາກການຜະລິດຕ້ອງຢຸດສະງັກ.

ອີບີເອ (Everything But Arms) ເປັນໂຄງການຊ່ວຍເຫຼືອກຸ່ມປະເທດທີ່ມີຖານະຍາກຈົນທີ່ສຸດໃນໂລກ 48 ປະເທດຂອງອີຍູ ແລະ ອີຍູປະກາດມາດຕະການລົງໂທດກຳປູເຈຍ ໃນໂທດຖານບໍ່ມີຄວາມຄືບໜ້າໃນການແກ້ໄຂບັນຫາສິດທິມະນຸດ ດ້ວຍການຫຼຸດອີບີເອລົງບາງສ່ວນ ຊຶ່ງຈະສົ່ງຜົນກະທົບຕໍ່ທຸລະກິດຕໍ່າແຜ່ນ, ເຄື່ອງນຸ່ງຫົ່ມຂອງກຳປູເຈຍ ປະມານ 20% ເຮັດໃຫ້ກຳປູເຈຍສູນເສຍລາຍຮັບໄດ້ຈາກການສົ່ງອອກໄປ 27 ປະເທດອີຢູໃນສ່ວນນີ້ ປະມານ 1,000 ລ້ານຍູໂລ.

ຮຸນເຊນ ຍັງກ່າວຕື່ມອີກວ່າ ບັນດາໂຮງແຮມທີ່ພັກໃນກຳປູເຈຍໄດ້ຮັບຜົນກະທົບຈາກໄວຣັສໂຄໂຣນາ ຫຼື ໂຄວິດ-19 ຈະໄດ້ຮັບການງົດເວັ້ນພາສີເປັນເວລາ 4 ເດືອນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...