spot_img
Homeຂ່າວທ້ອງຖິ່ນລົດຈັກຕໍາທ້າຍລົດໃຫຍ່ເສຍຊີວິດຄາທີ່ ເຫດຍ້ອນຄາເບິ່ງຢູທູບ

ລົດຈັກຕໍາທ້າຍລົດໃຫຍ່ເສຍຊີວິດຄາທີ່ ເຫດຍ້ອນຄາເບິ່ງຢູທູບ

Published on

ຍຸກສະໄໝນີ້ເປັນຍຸກຂອງສື່ສັງຄົມອອນລາຍ ເຊື່ອວ່າຫຼາຍຄົນແມ່ນມີໂທລະສັບມືຖືໄວ້ໃຊ້ງານ ເພື່ອໃຫ້ເກີດຄວາມສະດວກສະບາຍໃນການຕິດຕໍ່ສື່ສານ ຫຼື ຕິດຕາມຂ່າວສານ ແລະ ຄວາມບັນເທີງຜ່ານໜ້າຈໍ ແຕ່ທ່ານຢ່າລືມວ່າຖ້າຫາກທ່ານໃຊ້ມືຖືຜິດທີ່ຜິດເວລາມັນກໍ່ສ້າງຄວາມເສຍຫາຍ, ການສູນເສຍໃຫ້ກັບທ່ານ ແລະ ຜູ້ຄົນອ້ອມຂ້າງໄດ້ຄືກັນ ໂດຍສະເພາະການຫຼິ້ນມືຖືໃນລະຫວ່າງຂັບລົດແມ່ນເປັນສິ່ງທີ່ອັນຕະລາຍທີ່ສຸດ.

ການເກີດອຸບັດຕິເຫດຕາມທ້ອງຖະໜົນສ່ວນໜຶ່ງກໍ່ເກີດມາຈາກຜູ້ຂັບລົດ ຫຼື ຜູ້ຍ່າງຢູ່ຂອບຖະໜົນຫຼິ້ນມືຖື ຕົວຢ່າງຂອງການເກີດອຸບັດຕິເຫດຈາກກໍລະນີຂອງປະເທດເພື່ອນບ້ານ (ປະເທດໄທ) ໃນມື້ວັນທີ 20 ກຸມພາ 2020 ເກີດມີອຸບັດຕິເຫດລົດຈັກເສຍຫຼັກຕຳທ້າຍກະບະທີ່ຈອດຢູ່ຂ້າງທາງ ຈົນເຮັດໃຫ້ທ້າວ ຮຸ່ງວະຊິຣະ ອາຍຸ 25ປີ (ຄົນຈັບລົດຈັກ) ເສຍຊີວິດຄາທີ່.

ຈາກການສອບຖາມທ້າວ ພິດຊາກອນ ຄຳທຸຍ ເຈົ້າຂອງລົດກະບະ ເລົ່າວ່າ: ລົດຈັກຄັນດັ່ງກ່າວ ຜູ້ຂັບລົດແມ່ນຂັບລົດມືດຽວ ກົ້ມໜ້າຫຼິ້ນມືຖື ແລະ ຍັງຂັບມາດ້ວຍຄວາມໄວ ຈົນເກືອບເສຍຫຼັກຕົກຂ້າງຖະໜົນ, ຈາກນັ້ນ ຈຶ່ງໄດ້ຫັກລົດມາຕຳທ້າຍລົດກະບະທີ່ຈອດຢູ່ ເມື່ອເຫັນແບບນັ້ນ ຕົນເອງຈຶ່ງໂທແຈ້ງເຈົ້າໜ້າທີ່ ເຊິ່ງທີ່ເກີດເຫດພົບວ່າຜູ້ຕາຍໄດ້ເປີດຢູທູບພ້ອມກັບຕໍ່ສາຍເຊື່ອມໄປທີ່ທີ່ຊຸດເຄື່ອງສຽງທີ່ຕິດໄວ້ເບາະລົດ.

ເບື້ອງຕົ້ນມີການສັນນິຖານວ່າ ຜູ້ຕາຍອາດຟັງເພງລະຫວ່າງຂັບລົດ ແລະ ເປັນຈັງຫວະທີ່ກົ້ມລົງເບິ່ງໂທລະສັບ ບວກກັບຂັບລົດມາດ້ວຍຄວາມໄວ ປະກອບກັບຖະໜົນສາຍນີ້ບໍ່ມີໄຟເຍືອງທາງຈຶ່ງເຮັດໃຫ້ຜູ້ຕາຍບໍ່ເຫັນລົດທີ່ຈອດຢູ່.

ເຖິງອຸບັດຕິເຫດນີ້ຈະເກີດຂຶ້ນໃນປະເທດໄທ ແຕ່ເຊື່ອວ່າໃນປະເທດເຮົາເອງກໍ່ອາດຈະມີຄົນທີ່ມີຄົນທີ່ຂັບລົດໄປ ຫຼິ້ນໂທລະສັບໄປພ້ອມ ແລະ ປະເທດອື່ນໃນໂລກກໍ່ເຊັ່ນດຽວກັນ ເພາະມະນຸດສ່ວນໃຫຍ່ມັກດຳລົງຊີວິດດ້ວຍການຂາດສະຕິ ຈຶ່ງເຮັດໃຫ້ເກີດມີຄວາມສູນເສຍຢູ່ບໍ່ເວັ້ນໃນແຕ່ລະມື້.

ດັ່ງນັ້ນ ຈິ່ງຢາກຂໍໃຫ້ທຸກທ່ານໃຊ້ມືຖືໃຫ້ຖືກເວລາ ແລະ ສະຖານທີ່, ຂັບລົດດ້ວຍຄວາມລະມັດລະວັງ ເພາະເຮົາບໍ່ຮູ້ເຫດການລ່ວງໜ້າວ່າຈະເກີດຫຍັງຂຶ້ນ.

ເຕືອນສະຕິ! ຫຼິ້ນໂທລະສັບລະຫວ່າງຂັບລົດລະວັງຈະອາຍຸສັ້ນ

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...