spot_img
Homeຂ່າວພາຍ​ໃນຂ່າວລະອຽດການມ້າງຄອບຄົວຢາບ້າ

ຂ່າວລະອຽດການມ້າງຄອບຄົວຢາບ້າ

Published on

Laopost.com

ພາຍຫລັງເຈົ້າໜ້າທີ່ໄດ້ຕິດຕາມການເຄື່ອນ ໄຫວຂອງເປົ້າໝາຍເຄືອຂ່າຍຄ້າ ຂາຍເສບຕິດລາຍໃຫຍ່ຢູ່ນະຄອນຫລວງ ແລະ ໄດ້ຮັບຮູ້ຂໍ້ມູນຫລັກຖານພຽງພໍ ແລະ ຕໍ່ມາໃນຕອນເຊົ້າວັນທີ 5 ຕຸລານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບ ຕິດ, ຈຶ່ງໄດ້ນຳກຳລັງປິດລ້ອມເຮືອນເປົ້າໝາຍ ຫລັງໜຶ່ງຢູ່ບ້ານຕານມີໄຊ, ເມືອງໄຊ ທານີ, ນະຄອນຫລວງ ວຽງຈັນ ແລະ ສາມາດຈັບ ຜູ້ຕ້ອງຫາໄດ້ຄື ທ້າວ ບຸນສະຫລີ ວໍລະວົງ ອາຍຸ 40 ປີ, ນາງ ກິ່ງຄຳ ວໍລະວົງ ອາຍຸ 41 ປີ ທັງສອງເປັນຄູ່ຜົວເມຍກັນ ແລະ ເປັນເຈົ້າຂອງເຮືອນຫລັງດັ່ງກ່າວ ທັງສອງມາແຕ່ ບ້ານ ສະຫລອງໄຊ ເມືອງຂວາ ແຂວງຜົ່ງສາລີ, ທ້າວ ຕຸ້ຍ ວໍລະວົງ ອາຍຸ 27 ປີ ລູກຊາຍ, ນາງ ແພງ ວໍລະວົງ ອາຍຸ 30 ປີຢູ່ ບ້ານຕານມີໄຊ ເມືອງ ໄຊທານີ ແລະ ນາງ ຍົກ ອາຍຸ 35 ປີຢູ່ບ້ານ ນາສ້ຽວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ພ້ອມ ຂອງກາງຢາບ້າ 924
ພັນເມັດ, ຜົງແປ້ງສ່ວນປະສົມຜະລິດຢາ ເສບຕິດ 35 ກິໂລ, ນອກນັ້ນຍັງ ມີລົດໃຫຍ່ເລັກຊັດ, ແຄມຣີ, ຟໍຈູນ ເນີ, ວີໂກ້ ແລະ ຮຸນໄດ ພ້ອມ ດ້ວຍເງິນ 86 ລ້ານກວ່າກີບ, 259 ພັນບາດ, ຄຳຮູບປະພັນໜຶ່ງ ກວ່າກິໂລ, ປື້ມບັນຊີທະນາຄານ 17 ເຫລັ້ມ, ໃບຕາດິນ 17 ໃບ, ປືນສັ້ນໜຶ່ງກະບອກ ແລະ ໂທລະສັບມືຖື 5 ໜ່ວຍ.
ທ້າວ ບຸນສະຫລີ ຮັບສາ ລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາເສບຕິດທັງໝົດເປັນຂອງຕົນເອງແທ້ໂດຍໄດ້ຊື້ນຳຂະບວນການຄ້າ ຢາເສບຕິດຢູ່ເຂດຊຽງຮຸ່ງ ສປ ຈີນ ເມື່ອເດືອນກໍລະກົດ 2014 ເພື່ອມາຂາຍໃຫ້ລູກຄ້າຢູ່ລາວ, ແນວໃດກໍຕາມ, ເຈົ້າໜ້າ ທີ່ຍັງຈະດຳເນີນການສືບສວນສອບສວນຢ່າງລະອຽດໃນຄະດີຢາເສບຕິດລາຍໃຫຍ່ຄັ້ງນີ້ເພື່ອຂະຫຍາຍຜົນຫາເຄືອຂ່າຍຮ່ວມຂະ ບວນການມາດຳເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...