Homeຂ່າວພາຍ​ໃນ6 ນັກໂທດຄະດີລັກຊັບ ແລະ ໂຕນຄຸກຖືກສານຕັດສິນທັງຈຳທັງປັບ

6 ນັກໂທດຄະດີລັກຊັບ ແລະ ໂຕນຄຸກຖືກສານຕັດສິນທັງຈຳທັງປັບ

Published on

ໜັງສືພິມປ້ອງກັນຄວາມສະຫງົບລາຍງານເມື່ອວັນທີ 20 ກຸມພາ 2020 ວ່າ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ເປີດປະຊຸມສານໃນ ວັນທີ 13 ກຸມພາ 2020 ເພື່ອນຳເອົາສຳນວນຄະດີອາຍາຂັ້ນຕົ້ນ ເລກທີ 187/ອຍກ.ນວ ຂຶ້ນມາພິຈາລະນາຕັດສິນ ໃນສະຖານການລັກຊັບພົນລະເມືອງ, ການຊື້-ຂາຍຊັບ ແລະ ການໂຕນໜີຈາກຄ້າຍຄຸມຂັງ, ເຊິ່ງມີຈຳເລີຍໃນສຳນວນຄະດີດັ່ງກ່າວ 6 ຄົນ ແລະ ສານໄດ້ຕັດສິນຈຳຄຸກ ພ້ອມປັບໃໝຕາມສະຖານການກະທຳຜິດຂອງຈຳເລີຍ.

ຈໍາເລີຍ 1 ຊື່ທ້າວ ຄຳເພັດ ຫຼື ແຫຼ້ພົນ ອາຍຸ 26 ປີ, ຈຳເລີຍ 2 ຊື່ ທ້າວ ມົນຊະນະ ຫຼື ລຸ້ຍ ອາຍຸ 26, ຈຳເລີຍ 3 ທ້າວ ພອນປະເສີດ ຫຼື ຊາຍ ອາຍຸ 19 ປີ, ທັງ 3 ຈຳເລີຍ ຢູ່ບ້ານ ດົງນາໂຊກໃຕ້; ຈຳເລີຍ 4 ຊື່ທ້າວ ນົກ ອາຍຸ 24 ປີ ຢູ່ບ້ານ ໜອງແຕ່ງໃຕ້ ທັງ 4 ຈຳເລີຍ ໄດ້ກະທຳຜິດໃນສະຖານການລັກຊັບພົນລະເມືອງ, ສ່ວນຈຳເລີຍ 5 ຊື່ທ້າວ ພຸດສະດີ ຫຼື ພຸດ ອາຍຸ 22 ປີ ຢູ່ບ້ານ ໜອງແຕ່ງໃຕ້ ກະທຳຜິດໃນສະຖານການລັກຊັບ ແລະ ຊື້ຂາຍຊັບພົນລະເມືອງ. ສຳລັບຈຳເລີຍ 6 ຊື່ ທ້າວ ສະເຫຼີມສຸກ ຫຼື ເປ່ເລ່ ອາຍຸ 26 ປີ ຢູ່ບ້ານ ດົງນາໂຊກໃຕ້ ໄດ້ກະທຳຜິດໃນການລັກຊັບ ແລະ ການໂຕນໜີຈາກຄ້າຍຄຸມຂັງ; ທັງໝົດຢູ່ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ອົງການໄອຍະການປະຊາຊົນໄດ້ຖະແຫຼງການວ່າ: ການເຄື່ອນໄຫວຂອງພວກຈຳເລີຍ ແມ່ນໄດ້ເລາະລັກຊັບປະເພດລົດຈັກຕາມນະຄອນຫຼວງວຽງຈັນ ແລະ ນຳໄປຂາຍໃຫ້ກັບພັກພວກ ເມື່ອໄດ້ເງິນແລ້ວ ກໍນຳມາແບ່ງປັນ ກັນໃຊ້ຈ່າຍສ່ວນຕົວໝົດ. ໃນນີ້, ທ້າວ ຄຳ ເພັດ ຫຼື ແຫຼ້ພົນ (ຈຳເລີຍ1) ໄດ້ກະທຳຜິດໃນລະຫວ່າງປີ 2016-2017 ລັກຊັບພົນລະເມືອງມາແລ້ວ 26 ຄັ້ງ ລັກໄດ້ປະເພດລົດເວບ 100 ຈຳນວນ 22 ຄັນ, ລັດສະແມັດ 1 ຄັນ, ສະກຸບປີ້ 1 ຄັນ, ຄິກໄອ 1 ຄັນ ແລະ ລົດລອງຊິນ 1 ຄັນ. ໃນຈຳນວນລົດທີ່ລັກມານັ້ນ ໄດ້ຂາຍໃຫ້ພັກ ພວກທີ່ຮັບຊື້ໄດ້ເງິນທັງໝົດ 34.300.000 ກີບ.

ທ້າວ ມົນຊະນະ ຫຼື ລຸ່ຍ (ຈຳເລີຍ 2) ໄດ້ ເຄື່ອນໄຫວລັກມາແລ້ວ 5 ຄັ້ງ ເປັນລົດຄຼິກໄອ 3 ຄັນ, ຊູເມີ້ເອັກ 1 ຄັນ ແລະ MSX 1 ຄັນ ແຕ່ຈຳເລີຍ 2 ບໍ່ທັນໄດ້ຂາຍ ມີແຕ່ເອົາໄປນຳໃຊ້ ແລະ ໃຫ້ໝູ່ໄປນຳໃຊ້, ທ້າວ ພອນປະເສີດ ຫຼື ຊາຍ (ຈຳເລີຍ 3) ລັກລົດຈັກມາແລ້ວ 3 ຄັ້ງ ເປັນລົດເວບ 100 2 ຄັນ ແລະ ລົດຄຼິກໄອ ນຳໄປຂາຍໄດ້ເງິນ 2.200.000 ກີບ, ທ້າວ ນົກ (ຈຳເລີຍ4) ໄດ້ລັກຊັບມາແລ້ວ 10 ຄັ້ງ ເປັນລົດເວບ 100 ທັງໝົດ 20.000.000 ກີບ, ທ້າວ ພຸດສະດີ ຫຼື ພຸດ (ຈຳ ເລີຍ5) ກໍ່ເຫດລັກຊັບມາແລ້ວ 6 ຄັ້ງ ເປັນລົດຈັກ ເວັບ 100 ທັງໝົດ ແລະ ຂາຍໄດ້ເງິນ ຈຳນວນ 12.000.000 ກີບ. ນອກນີ້, ຈຳເລີຍ 5 ຍັງສາລະພາບອີກວ່າ: ຜ່ານມາ ໄດ້ເຄີຍຮັບຊື້ລົດຈັກທີ່ພັກພວກລັກມາຂາຍ ຈຳນວນ 24 ຄັນ ໂດຍຊື້ຄັນລະ 2.000.000 ກີບ ແລ້ວ ສົ່ງຢູ່ນະຄອນຫຼວງ ແລະ ຕ່າງແຂວງຄັນລະ 3.000.000- 3.500.000 ກີບ.

ສຳລັບ ທ້າວ ສະເຫຼີມສຸກ ຫຼື ເປ່ເລ່ (ຈຳ ເລີຍ6) ໄດ້ກໍເຫດລັກຊັບມາແລ້ວ 4 ຄັ້ງ ມີລົດເວັບຮ້ອຍ 2 ຄັນ, ລັດຈັກໂຄລາວ 1 ຄັນ ຂາຍໄດ້ເງິນຈຳນວນ 2.200.000 ກີບ, ສ່ວນຄັ້ງທີ່ 4 ແມ່ນກຳລັງລົງມືລັກລົດຈັກຊູເມີ້ເອັກ ແຕ່ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ. ນອກນີ້, ໃນເວລາດຳເນີນຄະດີ, ຈຳເລີຍ 6 ໄດ້ຫຼົບໜີອອກຈາກຄ້າຍຄຸມຂັງ ແຕ່ຖືກເຈົ້າໜ້າທີ່ຕິດຕາມກັກຕົວໄດ້ທັນ.

ການຄົ້ນຄວ້າບັນດາຂໍ້ມູນຫຼັກຖານເອກະສານຕ່າງໆ ມີຢູ່ໃນສຳນວນຄະດີຢ່າງຖີ່ຖ້ວນ ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານທີ່ໜັກແໜ້ນ ແລະ ພຽງພໍສາມາດຢັ້ງຢືນໄດ້ກ່ຽວກັບການກະທຳຜິດຂອງພວກຈຳເລີຍຕາມຂໍ້ກ່າວຫາແທ້. ສະນັ້ນ, ຄະນະສານຈຶ່ງເຫັນຄວນລົງໂທດຕັດສິນດັ່ງນີ້: ຕັດ ສີນ ຈຳເລີຍ 1 ຈຳຄຸກ 5 ປີ ປັບໃໝ 8.000.000 ກີບ; ຕັດສິນຈຳເລີຍ 2 ຈຳຄຸກ 3 ປີ 6 ເດືອນ ປັບໃໝ 3.500.000 ກີບ; ຕັດສິນຈຳ ເລີຍ 3 ຈຳຄຸກ 3 ປີ ປັບໃໝ 5.000.000 ກີບ; ຕັດສິນຈຳເລີຍ 4 ຈຳຄຸກ 4 ປີ ປັບໃໝ 5.000.000 ກີບ; ຕັດສີນຈຳເລີຍ 5 ຈຳຄຸກ 5 ປີ ປັບໃໝ 3.000.000 ກີບ ແລະ ຕັດສິນຈຳເລີຍ 6 ຈຳຄຸກ 5 ປີ ປັບໃໝ 4.000.000 ກີບ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...