spot_img
Homeຂ່າວຕ່າງປະເທດກຳປູເຈຍເລັ່ງດຳເນີນຄະດີນັກທ່ອງທ່ຽວສາວນິວຊີແລນ ທຳລາຍພະພຸດທະຮູບແກະສະຫລັກ ຢູ່ປາສາດຫີນບາຍົນ

ກຳປູເຈຍເລັ່ງດຳເນີນຄະດີນັກທ່ອງທ່ຽວສາວນິວຊີແລນ ທຳລາຍພະພຸດທະຮູບແກະສະຫລັກ ຢູ່ປາສາດຫີນບາຍົນ

Published on

CAMBODIA-CULTURE-INTERNET-GOOGLE

 

ແຫລ່ງຂ່າວຕ່າງປະເທດລາຍງານ ຕາມຄຳຖະແຫລງຂອງອົງການອັບສະຣາ ຂອງກຳປູເຈຍ ໃນວັນທີ 12 ຕຸລາຜ່ານມາວ່າ

ພວກເຂົາກຳລັງຊອກຫາຫລັກຖານ ເພື່ອດຳເນີນຄະດີອາຍາ ຕໍ່ຜູ້ທີ່ທຳລາຍມໍລະດົກຂອງຊາດ ເຊິ່ງຜູ້ຖືກສົງໄສເປັນນັກ

ທ່ອງທ່ຽວຍິງຊາວນິວຊີແລນ ທີ່ເຂົ້າມາທ່ຽວຊົມປາສາດຫີນບາຍົນ ໃນວັນພະຫັດທີ 9 ຕຸລາ 2014 ທີ່ຜ່ານມາ ແລ້ວໄດ້ລັກ

ນອນພັກຄ້າງຄືນຢູ່ພາຍໃນປາສາດຫີນ ເຊິ່ງພະນັກງານຂອງປາສາດຫີນບາຍົນ ໄດ້ພົບເຫັນຕົວຂອງນາງໃນຕອນເຊົ້າ

ຂອງມື້ຖັດມາ ຈາກນັ້ນກໍໄດ້ພົບເຫັນພະພຸດທະຮູບແກະສະຫລັກ ເສຍຫາຍຫັກພັງລົງມາຢູ່ພາຍໃນປາສາດ ເຊິ່ງພະພຸດ

ທະຮູບດັ່ງກ່າວນີ້ ໄດ້ຮັບການບູລະນະໃນປີ 1988 ດ້ວຍຫີນຊາຍບູຮານ ແລະ ຈຳລອງສຽນຂອງພະພຸດທະຮູບຂຶ້ນໃໝ່ຈາກ

ຊີມັງ.

 

ໃນຕອນນີ້ ພື້ນທີ່ສ່ວນໜຶ່ງຂອງປາສາດຫີນບາຍົນຖືກປິດ ຫ້າມບໍ່ໃຫ້ນັກທ່ອງທ່ຽວເຂົ້າຊົມ ເນື່ອງຈາກຢູ່ໃນລະຫວ່າງການ

ບູລະນະພະພຸດທະຮູບທີ່ເພພັງດັ່ງກ່າວ.

 

ສື່ຂອງທ້ອງຖິ່ນຂອງກຳປູເຈຍລາຍງານວ່າ ນັກທ່ອງທ່ຽວຕ້ອງສົງໄສລາຍນີ້ ອາດກຳລັງເດີນທາງໄປຍັງປະເທດໄທຕໍ່.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...