ປະຫານຊີວິດຄູ່ຄ້າຢາກັບໄຊຊະນະເຈົ້າພໍ່ວົງການຟອກເງິນຄ້າຢາເສບຕິດທີ່ຫຼາຍປະເທດໝາຍຫົວ

ໜັງສືພິມປ້ອງກັນຄວາມສະຫງົບເປີດເຜີຍເບື້ອງຫຼັງການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ມີຊິ້ນສ່ວນສັດຫວງຫ້າມໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍຂອງ ທ້າວ ຄອນປະສົງ ຫຼື ຊຽງເທີ ອາຍຸ 47 ປີ ແລະ ນາງ ມະນີວັນ ອາຍຸ 43 ປີ ( ຜົວ-ເມຍ ) ທັງ 2 ຢູ່ບ້ານ ສະພັງເມິກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ທີ່ເປັນຫົວໂປ່ໂຕການໃນການຄ້າຂາຍຢາເສບຕິດລາຍໃຫຍ່ ແລະ ຈ້າງນັກເລງອັນຕະພານໄປທວງໜີ້ນຳພັກພວກທີ່ບໍ່ຍອມຈ່າຍຄ່າຢາເສບຕິດ, ທັງ 2 ຖືກສານຕັດສິນປະຫານຊີວິດ ແລະ ຮິບຊັບທີ່ພົວພັນກັບຄ້າຂາຍຢາເສບຕິດເຂົ້າເປັນຂອງລັດ.

ທ້າວ ຄອນປະສົງ ຫຼື ຊຽງເທີ ແລະ ນາງ ມະນີວັນ ໄດ້ໃຫ້ການປະຕິເສດວ່າ: ບໍ່ໄດ້ຄ້າຂາຍຢາເສບຕິດ, ແຕ່ອີງໃສ່ພຶດຕິກໍາຂອງທັງ 2, ອີງໃສ່ຫຼັກຖານຕ່າງໆບວກກັບການຊັດທອດຂອງພັກພວກ ແລ້ວເຫັນວ່າ ເປັນການປະຕິເສດທີ່ບໍ່ມີເຫດຜົນ ແລະ ເຊື່ອຖືບໍ່ໄດ້ເພາະວ່າ ໃນປີ 1997 ທ້າວ ຄອນປະສົງ ແມ່ນເຄີຍຖືກດໍາເນີນຄະດີໃນຂໍ້ຫາການຄ້າຂາຍຢາເສບຕິດ, ສານຕັດສິນລົງໂທດ 12 ປີ, ທັງ 2 ເປັນບຸກຄົນຄ້າຂາຍຢາເສບຕິດລາຍໃຫຍ່, ມີການຈັດຕັ້ງເປັນກຸ່ມເປັນແກ້ງ, ມີການຕິດຕໍ່ພົວພັນກັບບັນດາເປົ້າໝາຍຄ້າຂາຍຢາເສບຕິດທັງພາຍໃນ ແລະ ຕ່າງປະເທດ, ຄ້າຂາຍຢາເສບຕິດຈໍານວນຫຼາຍ, ມີວິທີການແນບນຽນໃນການຊຸກເຊື່ອງ, ຂົນສົ່ງ, ຊື້-ຂາຍຢາເສບຕິດ ສະແດງອອກໃຫ້ເຫັນວ່າ: ພວກຈຳເລີຍໄດ້ດັດແປງລົດໃຫຍ່ເປັນບ່ອນຊຸກເຊື່ອງຢາເສບຕິດ ເພື່ອຫຼົບຫຼີກການກວດພົບເຫັນຂອງພາກສ່ວນທີ່ກ່ຽວຂ້ອງ.

ທັງ 2 ຄົນ ເປັນເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ຂອງຫຼາຍພາກສ່ວນເຊັ່ນ: ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ປະເທດໄທ, ປະເທດ ສປ ຈີນ, ປະເທດ ມຽນມ້າ, ປະເທດ ກຳປູເຈຍ, ປະເທດ ຫວຽດນາມ ແລະ ມີຂໍ້ມູນຈາກສູນແມ່ຂອງປອດໄພວ່າ: ຢາເສບຕິດ-ຢາບ້າຈໍານວນ 6.300.000 ເມັດ ທີ່ເຈົ້າໜ້າທີ່ຕໍາຫຼວດປະເທດມຽນມາ ຍຶດໄດ້ນໍາ ທ້າວ ໄອຈ່ວງ ແລະ ທ້າວ ໄອ່ກິດ ຢູ່ບ້ານ ປ່າປຶກ ເມືອງ ຜົ້ງ ແຂວງ ທ່າຂີ້ເຫຼັກ ປະເທດມຽນມາ ເປັນຂອງ ທ້າວ ຄອນປະສົງ ທີ່ໄດ້ໄປສັ່ງຊື້ເພື່ອນໍາເຂົ້າມາປະເທດລາວ. ນອກນີ້, ຍັງມີການຊັດທອດຂອງ ທ້າວ ສຸລັດ ທີ່ໄດ້ໃຫ້ການວ່າ ໄດ້ຊຸກເຊື່ອງຢາເສບຕິດໄວ້ໃນລົດກະບະ ຈໍານວນ 2 ຄັນ ຄັນລະ 400 ມັດ, ເຊິ່ງເປັນລົດຂອງພັກພວກຂອງ ທ້າວ ຄອນປະສົງ ຊື່ທ້າວ ຫວາດ ແລະ ນາງ ແກ້ວ (ຜົວ-ເມຍ), ການຂົນສົ່ງແມ່ນ ທ້າວ ສຸລັດ ກັບ ທ້າວ ໄມ ແສຊອນ ພ້ອມກັບລູກນ້ອງຂອງ ທ້າວ ຫວາດ ຂັບລົດໄປສົ່ງຢູ່ນະຄອນຫຼວງວຽງຈັນ. ນອກນີ້, ທ້າວ ສຸລັດ ຍັງໄດ້ດັດແປງລົດ 12 ລໍ້ ຈຳນວນ 2 ຄັນ ເປັນບ່ອນຊຸກເຊື່ອງຢາເສບຕິດ ໃຫ້ ທ້າວ ຄອນປະສົງ ແລະ ຜ່ານມາໄດ້ຂົນສົ່ງມາແລ້ວຫຼາຍຄັ້ງ.

ນອກຈາກນີ້, ທັງ 2 ຍັງໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດຮ່ວມກັບ ທ້າວ ໄຊຊະນະ ຫຼື ວັນລົບ ( ປັດຈຸບັນຖືກດຳເດີນຄະດີຢູ່ປະເທດໄທ) ແທ້. ຕາມຄໍາໃຫ້ການຂອງ ທ້າວ ກິນ້ອຍ ຫຼື ແອນ້ອຍ ອາຍຸ 36 ປີ ( ຖືກສານຕັດ ສິນປະຫານຊີວິດ ) ຢູ່ບ້ານ ອາກາດ ເມືອງ ສີໂຄດຕະບອງ ທີ່ເປັນຄົນໄປທວງເອົາເງິນຄ່າຢາເສບຕິດນໍາ ທ້າວ ໄຊຊະນະ ຫຼື ວັນລົບ ຈໍານວນ 13.000.000 ບາດ ມາໃຫ້ ທ້າວ ຄອນປະສົງ. ນອນນີ້, ຍັງມີຫຼັກຖານຈາກຂໍ້ຄວາມສຽງທີ່ ທ້າວ ຄອນປະສົງ ກັບ ທ້າວ ໄຊຊະນະ ສົນທະນາກັນທາງ ວັອດແອັບ ກ່ຽວກັບການຄ້າຂາຍຢາເສບຕິດ ແລະ ການສົນທະນາກັບ ທ້າວ ຫວາດ ແລະ ນາງ ແກ້ວ.

ທັງ 2 ຍັງໄດ້ຄ້າຂາຍຢາເສບຕິດກັບ ທ້າວ ຄໍາມະນີ ຫຼື ສາຍຄໍ ຫຼື ໂຕ້ ຕາມຄໍາໃຫ້ການຂອງ ທ້າວ ກິນ້ອຍ ແລະ ທ້າວ ສົມບູນ ວ່າ: ໄດ້ຮ່ວມກັບຄົນມຽນມາ 2 ຄົນ ກັບຄົນ ຈີນ 1 ຄົນ ໄປທວງເງິນຄ່າຢາເສບຕິດນຳ ທ້າວ ຄຳມະນີ ຈໍານວນ 200.000.000 ບາດ ມາໃຫ້, ທ້າວ ຄອນປະສົງ ແລະ ທ້າວ ຫວາດ ຍັງໃຫ້ການຮັບສາລະພາບໄດ້ວ່າ ໄດ້ຮັບຂົນສົ່ງຢາເສບຕິດໃຫ້ທັງ 2 ແທ້ ຄັ້ງລະ 100 ມັດ, ໃນເວລາຈັບຕົວ ທ້າວ ຫວາດ ແລະ ນາງ ແກ້ວ ນັ້ນ ທັງ 2 ແມ່ນໄດ້ເອົາຕົວຫຼົບໜີ ພາຍຫຼັງເຈົ້າໜ້າທີ່ກັກຕົວໄດ້ໃນວັນທີ 10 ມັງກອນ 2017 ເຈົ້າໜ້າທີ່ໄດ້ເຂົ້າ ກວດຄົ້ນເຮືອນຂອງ ທ້າວ ຄອນປະສົງ ພົບເຫັນກັນຊາ ນໍ້າໜັກ 40 ກິໂລກຼາມ.

ນອກນີ້, ທັງ 2 ຍັງໄດ້ກະທໍາຜິດໃນສະຖານການຟອກເງິນ, ເຊິ່ງສະແດງອອກ ຄື: ເງິນທີ່ໄດ້ຈາກການຄ້າຂາຍຢາເສບຕິດແມ່ນໄດ້ເອົາໄປຊື້ດິນປຸກສ້າງເຮືອນ, ສ້າງໂຮງແຮມ ຄອນປະສົງ ແລະ ຊື້ພາຫະນະຈໍານວນຫຼາຍຄັນ. ແຕ່ບໍ່ໄດ້ອອກຊື່ຂອງພວກກ່ຽວ; ເຊິ່ງຊັບສິນທີ່ກ່າວມານັ້ນ ແມ່ນໄດ້ອອກຊື່ ທ້າວ ສິງທອງ (ພໍ່) ຈາກການກວດກາແລ້ວ ທ້າວ ສິງທອງ ແມ່ນບໍ່ໄດ້ປະກອບທຸລະກິດຫຍັງ ແລະ ກໍມີອາຍຸສູງແລ້ວ, ເຊິ່ງບໍ່ມີຄວາມສາມາດຊື້ດິນ, ປຸກສ້າງເຮືອນຈໍານວນຫຼາຍຫຼັງ ແລະ ສ້າງໂຮງແຮມໄດ້. ສະນັ້ນ, ການກະທຳດັ່ງກ່າວເປັນການປິດບັງອໍາພາງ, ຊັບສິນທີ່ໄດ້ມາແມ່ນໄດ້ຈາກການຄ້າຂາຍຢາເສບຕິດ ແລະ ຍັງໄດ້ກະທໍາຜິດໃນສະຖານການມີຊິ້ນສ່ວນສັດຫວງຫ້າມໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ສະແດງອອກ ຄື: ໃນເວລາກວດຄົ້ນເຮືອນຂອງພວກກ່ຽວພົບເຫັນງາຊ້າງ ຈໍານວນ 7 ຄູ່, ງາຊ້າງຈໍານວນດັ່ງກ່າວນັ້ນແມ່ນບໍ່ມີເອກະສານຈາກພາກສ່ວນທີ່ກ່ຽວຂ້ອງ ອະນຸຍາດໃຫ້ຄຸ້ມຄອງ ຫຼື ປົກປັກຮັກສາແຕ່ຢ່າງໃດ. ຈາກຂໍ້ມູນຫຼັກຖານທີ່ກ່າວມາຂ້າງເທິງນັ້ນ, ຈຶ່ງຖືໄດ້ວ່າ ທ້າວ ຄອນປະສົງ ແລະ ນາງ ມະນີວັນ ກະທໍາຜິດໃນສະຖານການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການມີຊິ້ນສ່ວນສັດຫວງຫ້າມໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍຢ່າງແທ້ຈິງ.

ຈາກການກະທຳດັ່ງກ່າວຂອງທັງສອງ ຈຶ່ງຖືກສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນປະຫານຊີວິດ ທ້າວ ຄອນປະສົງ ແລະ ນາງ ມະນີວັນ ໃນວັນທີ 23 ມັງກອນ ຜ່ານມານີ້ ແລະ ສານຍັງໄດ້ຕັດສິນຮິບຊັບຂອງພວກກ່ຽວ ຄື: ຮິບທີ່ດິນ ຈຳນວນ 3 ຕອນ ຄື: ທີ່ດິນພ້ອມໂຮງແຮມຄອນປະສົງ ພ້ອມເຄື່ອງໃຊ້ທັງໝົດ, ທີ່ດິນເນື້ອທີ່ 2.980 ເຮັກຕາແມັດ, ທີ່ດິນເນື້ອທີ່ 6.990 ເຮັກຕາ, ຮິບປື້ມບັນຊີເງິນຝາກທະນາຄານ 5 ຫົວ, ຮິບເງິນໃນລົດຕູ້ 1.400.000 ບາດ, ຮິບເງິນໃນໂຮງແຮມ 2.754.000 ບາດ, ຮິບເງິນຕິດຕົວ 6 ລາຍການ, ຮີບເຄື່ອງ ປະດັບຈຳນວນ 11 ລາຍການ, ຮິບເງິນໃນຫ້ອງນອນ 4 ລາຍການ, ຮິບລົດຈຳນວນ 6 ຄັນມາເປັນຂອງລັດ.

 

ຮຽບຮຽງຂ່າວ: ພຸດສະດີ