spot_img
Homeຂ່າວຕ່າງປະເທດເລຂາທິການໃຫຍ່ UN ຮຽກຮ້ອງນານາປະເທດ ເຮັດທຸກວິທີທາງຢຸດກຸ່ມ IS

ເລຂາທິການໃຫຍ່ UN ຮຽກຮ້ອງນານາປະເທດ ເຮັດທຸກວິທີທາງຢຸດກຸ່ມ IS

Published on

571947-01

 

ສະຫະປະຊາຊາດ ຮຽກຮ້ອງນານາປະເທດ ດຳເນີນທຸກວິທີທາງ ຢຸດການເຄື່ອນໄຫວກໍ່ການຮ້າຍຂອງກຸ່ມ IS ໃນອີຣັກ

ແລະ ຊີເຣຍ ທີ່ເລີ່ມຂະຫຍາຍວົງກ້ວາງອອກເລື້ອຍໆ.

 

ທ່ານ ບັນ ກີ ມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຖະແຫລງໃນລະຫລ່າງການຢ້ຽມຢາມນະຄອນຫລວງ

ຕຸນິສ ປະເທດຕູນິເຊຍ ໂດຍທ່ານ ບັນ ກີ ມູນ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ດຳເນີນທຸກວິທີທາງ ທີ່ສາມາດຢຸດຢັ້ງ

ກຸ່ມກໍ່ການຮ້າຍລັດອິດສະລາມ (IS) ທີ່ເຄື່ອນໄຫວໃນອີຣັກ ແລະ ຊີເຣຍ ເນື່ອງຈາກການທີ່ພ້ນທີ່ 1 ໃນ 3 ຂອງເມືອງ

ໂຄບານີ ປະເທດຊີເຣຍຕົກຢູ່ໃນການຄວບຄຸມຂອງກຸ່ມ IS ແລ້ວນັ້ນ ເປັນສິ່ງທີ່ສ້າງຄວາມວິຕົກກັງວົນຢ່າງສູງ ແລະ

ເປັນຈຸດເລີ່ມຕົ້ນຂອງວິກິດການ ທີ່ເຮັດໃຫ້ຕ້ອງຮ້ອງຂໍມາຍັງປະຊາຄົມໂລກເພື່ອຢຸດຢັ້ງກຸ່ມດັ່ງກ່າວ.

 

ດ້ານທ່ານ ສະຕັບຟານ ເດີ ມຸສຕູຣ່າ ເຈົ້າໜ້າທີ່ທູດພິເສດຂອງສະຫະປະຊາຊາດປະຈຳຊີເຣຍ ໄດ້ກ່າວເຕືອນວ່າ ຍັງມີ

ພົນລະເມືອງອີກຈຳນວນຫລາຍ ແລະ ສ່ວນໃຫຍ່ເປັນຜູ້ສູງອາຍຸ ລວມທັງໝົດປະມານ 10,000 – 13,000​ ຄົນ ທີ່ຕິດ

ຢູ່ພາຍໃນເມືອງໂຄບານີ ແລະ ພົນລະເມືອງເຫລົ່ານີ້ ສ່ຽງຕໍ່ການຖືກສັງຫານໝູ່.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...