spot_img
Homeຂ່າວທ້ອງຖິ່ນຢ່າເຊື່ອຂ່າວລື! ປະໂຫຍດຂອງໄຂ່ມີຫຼາຍ ແຕ່ຕ້ານໂວຣັສໂຄໂຣນາບໍ່ໄດ້!

ຢ່າເຊື່ອຂ່າວລື! ປະໂຫຍດຂອງໄຂ່ມີຫຼາຍ ແຕ່ຕ້ານໂວຣັສໂຄໂຣນາບໍ່ໄດ້!

Published on

ຈາກກໍລະນີທີ່ມີການເຜີຍແຜ່ຂ່າວລືທາງໂລກອອນລາຍ ວ່າການກິນໄຂ່ສາມາດຕ້ານໄວຣັສໂຄໂຣນາໄດ້ນັ້ນ ບໍ່ແມ່ນຄວາມຈິງແຕ່ຢ່າງໃດ! ຕົ້ນຕໍຂ່າວລືນີ້ມາຈາກ ການສົ່ງຕໍ່ຂ່າວຜ່ານທາງສັງຄົມອອນລາຍ ບາງຄົນກໍເວົ້າວ່າ ”ມີພີ່ນ້ອງໂທມາແຕ່ທາງໃຕ້ ມາເລົ່າສູ່ຟັງວ່າມີເດັກນ້ອຍເກີດໃໝ່ ແລ້ວສາມາດເວົ້າໄດ້ເລີຍ ເມື່ອມີຄົນຖາມວ່າ ເປັນຫຍັງຄືສາມາດເວົ້າໄດ້ ເດັກນ້ອຍຈຶ່ງຕອບວ່າ ມີຄົນສົ່ງໃຫ້ມາເກີດຂຶ້ນ ມາບອກຊາວໂລກວ່າ ໂລກນີ້ກຳລັງຈະເກີດເລື່ອງບໍ່ສົມຄວນເກີດ ຈະເກີດເລື່ອງບໍ່ດີ ໃຫ້ພາກັນເອົາໄຂ່ອັດປາກ ຫຼື ກິນໄຂ່ຄົນລະໜ່ວຍ” ຫຼືບາງຄົນກໍເວົ້າວ່າ “ການກິນໄຂ່ຕົ້ມຈະສາມາດຊ່ວຍໃຫ້ເຊົາຈາກພະຍາດທີ່ເກີດຈາກເຊື້ອໄວຣັສໂຄໂຣນາໄດ້”.

ຈາກຂ່າວລືດັ່ງກ່າວ ເຫັນວ່າບໍ່ເປັນຄວາມຈິງແທ້ແນ່ນອນ. ການກິນໄຂ່ຕົ້ມແມ່ນມີປະໂຫຍດ ແຕ່ບໍ່ມີປະໂຫຍດໃດທີ່ສາມາດຮັກສາການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງເປັນສາເຫດຂອງພະຍາດປອດອັກເສບໄດ້. ປັດຈຸບັນ, ບັນດານັກວິທະຍາດສາດ, ແພດໝໍ ແລະ ນັກລະບາດວິທະຍາ ຮ່ວມກັນຊອກຫາວິທີຄິດວັກຊີນຕ້ານເຊື້ອ ແລະ ຮັກສາຜູ້ຕິດເຊື້ອຢ່າງໃກ້ຊິດ ແຕ່ກໍຍັງບໍ່ມີຜົນສຳຫຼວດໃດທີ່ແຈ້ງວ່າ ສາມາດຕ້ານໄວຣັສໂຄໂຣນາໄດ້ 100%.

ວິທີທີ່ຈະສາມາດປ້ອງກັນຕົນເອງຈາກການຕິດເຊື້ອໄວຣັສໂຄໂຣນາກໍຄື ຮັກສາສຸຂະພາບໃຫ້ແຂງແຮງ ແລະ ປະຕິບັດຕາມຄໍາແນະນໍາຂອງການນໍາ ກໍຄື ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກໄດ້ວາງອອກ.

 

 

ຮຽບຮຽງຂ່າວ: ລັດສະໝີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...