spot_img
Homeຂ່າວທ້ອງຖິ່ນເຜີຍຊີວິດ"ຈູ່ລີ" ແຟນສາວ "ກິນ້ອຍ" ສຸດໂຫດ ກ່ອນຖືກສານຕັດສິນປະຫານຊີວິດຄືກັນ

ເຜີຍຊີວິດ”ຈູ່ລີ” ແຟນສາວ “ກິນ້ອຍ” ສຸດໂຫດ ກ່ອນຖືກສານຕັດສິນປະຫານຊີວິດຄືກັນ

Published on

ໜັງສືພິມຄວາມສະຫງົບ ເຜີຍເບື້ອງຫຼັງການກະທໍາຜິດຂອງນາງ ປາວີນາ ຫຼື ຈູ່ລີ, ເຊິ່ງເປັນແຟນຂອງ ທ້າວ ກິນ້ອຍ ອາຍຸ 36 ປີ ຢູ່ບ້ານອາກາດ ເມືອງ ສີໂຄດຕະບອງ ແລະ ຖືກສານຕັດສິນປະຫານຊີວິດເຊັ່ນກັນ. ນາງ ປາວີນາ ໄດ້ຢູ່ກິນ ຮ່ວມກັບ ທ້າວ ກິນ້ອຍ ແບບຜົວເມຍ. ແຕ່ບໍ່ໄດ້ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍ, ນາງ ປາວີນາ ຮູ້ດີວ່າ: ທ້າວ ກິນ້ອຍ ມີການເຄື່ອນໄຫວຄ້າຂາຍຢາເສບຕິດນໍາຄົນໄທ ແລະ ຄົນລາວຫຼາຍຄົນ, ໂດຍເລີ່ມຈາກໄລຍະປີ 2016 ທ້າວ ກິນ້ອຍ ໄດ້ບອກໃຫ້ ນາງ ປາວີນາ ໄປເປີດບັນຊີທະນາຄານກະສິກອນໄທ ເພື່ອໃຫ້ ທ້າວ ກິນ້ອຍ ແລະ ບຸກຄົນທີ່ຄ້າຂາຍຢາເສບຕິດໂອນເງິນເຂົ້າບັນຊີດັ່ງກ່າວ.

ນາງ ປາວີນາ ຫຼື ຈູ່ລີ ອາຍຸ 19 ປີ ຢູ່ບ້ານ ວັດໄຕນ້ອຍ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນນັກໂທດ ທີ່ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນປະຫານຊິວິດ ໃນວັນທີ 23 ມັງກອນ ທີ່ຜ່ານມາ ທີ່ຮ່ວມກັບແຟນ ເຄື່ອນໄຫວຄ້າຂາຍຢາເສບຕິດ, ເປັນນັກເລງອັນຕະພານ, ຟອກເງິນ ແລະ ປິດບັງການກະທໍາຜິດ.

ຜ່ານມາມີຄົນໂອນເງິນເຂົ້າບັນຊີຈໍານວນ 9 ຄັ້ງ ເປັນເງິນທັງໝົດຈໍານວນ 2.340.000 ບາດ ແລະ ທ້າວ ກິນ້ອຍ ກໍໄດ້ໂອນ ເງິນເຂົ້າບັນຊີດັ່ງກ່າວຈໍານວນ 3-4 ຄັ້ງ ຄັ້ງລະ 300.000 – 400.000 ບາດ, ເມື່ອໃດທີ່ ທ້າວ ກິນ້ອຍ ຕ້ອງການເງິນໃຊ້, ນາງ ປາວີນາ ຈຶ່ງໄປຖອນເອົາເງິນອອກມາໃຫ້ ແລ້ວໄດ້ນໍາເອົາເງິນທີ່ໄດ້ມາຈາກການຄ້າຂາຍຢາເສບຕິດມາຊື້ທີ່ດິນ, ຊື້ເຮືອນ, ຊື້ລົດໃຫຍ່, ພຣະພຸດທະຮູບ ແລະ ວັດຖຸເງິນຄໍາ ນັ້ນຄືການຟອກເງິນ.

ໃນວັນທີ 19 ພຶດສະພາ 2016, ທ້າວ ກິນ້ອຍ ໄດ້ບອກໃຫ້ ນາງ ປາວີນາ ເອົາເງິນຢູ່ໃນຕູ້ເຊັບ ຈໍານວນ 2.300.000 ບາດ
ກັບ 50.000 ໂດລາ ມາໃຫ້ ທ້າວ ກິນ້ອຍ. ມາວັນທີ 14 ກັນຍາ 2016 ນາງ ປາວີນາ ໄດ້ເດີນທາງໄປ ແຂວງ ບໍ່ແກ້ວ ນໍາທ້າວ ກິນ້ອຍ ມີລົດ 2 ຄັນ ຄື: ຄັນທີ 1 ແມ່ນລົດເລັກຊັດ ໝາຍເລກທະບຽນ ຮທ 8777 ກໍາແພງນະຄອນ ໂດຍມີ ທ້າວ ສົມບູນ ຫຼື ໝູ, ທ້າວ ອິດທິສັກ ຫຼື ອ້າຍ, ທ້າວ ເລ່ ແລະ ທ້າວ ນຸ່; ຄັນທີ 2 ແມ່ນລົດເລັກຊັດ ໝາຍເລກທະບຽນ ກຜ 2320 ກໍາແພງນະຄອນ ມີທ້າວ ກິນ້ອຍ, ທ້າວ ທະນົງສັກ ຫຼື ແອ້ນ, ທ້າວ ເພັດສາຄອນ ຫຼື ຈັນ ແລະ ນາງ ປາວີນາ. ພໍຮອດແຂວງບໍ່ແກ້ວ ໄດ້ເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງຢູ່ບ້ານ ສີບຸນເຮືອງ ຮອດເວລາ 20:00 ໂມງ, ນາງ ປາວີນາ ເຫັນຜູ້ຊາຍບໍ່ຮູ້ຊື່ຂັບຂີ່ລົດມາຮັບເອົາ ທ້າວ ກິນ້ອຍ ໄປເຮືອນທ້າວ ຫວາດ ຢູ່ບ້ານ ສີບຸນເຮືອງ ຈົນຮອດເວລາ 23:00 ໂມງ, ນາງ ປາວີນາ ໄດ້ໄປຮັບເອົາ ທ້າວ ກິນ້ອຍ ຢູ່ເຮືອນຂອງ ທ້າວ ຫວາດ ແລ້ວພາກັນກັບມາຫ້ວຍຊາຍ. ພໍມາຮອດເສັ້ນທາງເຂດບ້ານ ນໍ້າເກິ່ງ ມີເຈົ້າໜ້າທີ່ກວດກາເອກະສານລົດ ແລະ ກວດກາລົດ ພົບເຫັນຢາບ້າ ຈໍານວນ 277 ມັດ, ຢາໄອສ໌ ຈໍານວນ 2 ຖົງນ້ອຍ ແລະ ປືນສັ້ນຈໍານວນ 2 ກະບອກ ຢູ່ໃນລົດຄັນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ, ເຖິງວ່າໃນເວລາຈັບຕົວ ນາງ ປາວີນາ ນັ້ນຈະບໍ່ມີຂອງກາງກໍຕາມ. ແຕ່ ນາງ ປາວີນາ ກໍໃຫ້ການຮັບສາລະພາບວ່າ ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ການຟອກເງິນແທ້.

ນອກນັ້ນ, ທ້າວ ກິນ້ອຍ ໄດ້ໃຫ້ການຢັ້ງຢືນວ່າ ໄດ້ຮ່ວມກັນກັບ ນາງ ປາວີນາ ໄປທວງໜີ້ເງິນຄ່າຢາເສບຕິດນໍາ ທ້າວ ຄອນໄທ ຈໍານວນ 3.500.000 ບາດ. ໃນເວລາມອບເງິນດັ່ງກ່າວ ນາງ ປາວີນາ ກໍໄດ້ເຂົ້າຮ່ວມນໍາ ແລະ ທ້າວ ທະນົງສັກ ຫຼື ແອ້ນ ກໍໄດ້ໃຫ້ການຢັ້ງຢືນວ່າ ໃນເວລາຂັບລົດໄປທວງໜີ້ຢາເສບຕິດ ແມ່ນ ນາງ ປາວີນາ ກໍໄປນໍາທຸກຄັ້ງ ຈາກຂໍ້ມູນຫຼັກຖານທີ່ກ່າວມາຂ້າງເທິງນັ້ນ ຈຶ່ງຖືໄດ້ວ່າ ນາງ ປາວີນາ ກະທໍາຜິດໃນສະຖານການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການປິດບັງການກະທໍາຜິດຢ່າງແທ້ຈິງ ສານຈຶ່ງເຫັນຄວນຕັດສິນປະຫານຊີວິດ ໃນວັນ ທີ 23 ມັງກອນ ທີ່ຜ່ານມາ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...