spot_img
Homeຂ່າວທ້ອງຖິ່ນສາທາຄຸມເຂັ້ມກວດກາກຳມະກອນຈີນເຮັດວຽກຢູ່ລາວເພື່ອປ້ອງກັນການລະບາດໄວຣັສໂຄໄຣນາ

ສາທາຄຸມເຂັ້ມກວດກາກຳມະກອນຈີນເຮັດວຽກຢູ່ລາວເພື່ອປ້ອງກັນການລະບາດໄວຣັສໂຄໄຣນາ

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 2 ກຸມພາ 2020 ວ່າ ກະຊວງສາທາລະນະສຸກກຳລັງຄຸມເຂັ້ມໃນການກວດກາກຳມະກອນທີ່ເປັນຄົນຈີນ ທີ່ເຮັດວຽກຢູ່ໃນຫຼາຍໂຄງການກໍ່ສ້າງໃນ ສປປ ລາວ ເພື່ອປ້ອງກັນການລະບາດຂອງພະຍາດປອດອັກເສບ ໄວຣັສໂຄໂຣນາ ສາຍພັນໃໝ່ (Novel Coronavirus).

ປະຈຸບັນທາງລັດຖະບານລາວບໍ່ອະນຸຍາດໃຫ້ນັກທ່ອງທ່ຽວທີ່ຜ່ານເຂົ້າມາດ່ານນັ້ນ ແລະ ທາງລັດຖະບານຈີນເອງກໍ່ມີການຫ້າມບໍ່ໃຫ້ ຄົນຈີນອອກໄປທ່ຽວນອກປະເທດ. ສິ່ງທີ່ເປັນຫ່ວງແມ່ນບັນດາແຮງງານກຳມະກອນທີ່ມາຈາກ ສປ ຈີນ ທີ່ເຮັດວຽກຢູ່ໃນ ປະເທດລາວ.

ກະຊວງສາທາລະນະສຸກໄດ້ໃຫ້ ແພດໝໍລົງກວດອາການຂອງກຳມະກອນ ທີ່ມາຈາກ ສປ ຈີນ ທີ່ເຮັດວຽກໃນຫຼາຍໂຄງການຢູ່ລາວ ໂດຍສະເພາະໂຄງການກໍ່ສ້າງ ໂຮງໝໍມະໂຫສົດ ແລະ ໂຄງການກໍ່ສ້າງຕ່າງໆ ເພື່ອຄຸມເຂັ້ມໃນການຊອກຫາ,​ ເຝົ້າລະວັງ ແລະ ສະກັດກັ້ນໃນການແຜ່ລະບາດຂອງພະຍາດດັ່ງກ່າວ. ທາງກະຊວງສາທາລະນະສຸກໄດ້ກະກຽມສະຖານທີ່, ທີມແພດໝໍ ເພື່ອຮອງຮັບສະຖານະການ ການຕິດເຊື້ອຂອງໄວຣັສໂຄໂຣນາ ຢູ່ໃນນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...