spot_img
Homeຂ່າວຕ່າງປະເທດເໝືອງທອງແດງຖະຫຼົ່ມໃນດີອາຣຄອງໂກ ເສຍຊີວິດຢ່າງໜ້ອຍ 43 ລາຍ

ເໝືອງທອງແດງຖະຫຼົ່ມໃນດີອາຣຄອງໂກ ເສຍຊີວິດຢ່າງໜ້ອຍ 43 ລາຍ

Published on

ປະຊາຊົນລັກລອບເຂົ້າໄປຂຸດຫາແຮ່ທອງແດງພາຍໃນເຂດເໝືອງສຳປະທານທາງພາກຕາເວັນອອກສຽງໃຕ້ຂອງປະເທດດີອາຣຄອງໂກ ເປັນເຫດໃຫ້ອຸໂມງດິນ 2 ປ່ອງພັງຖະຫຼົ່ມເມື່ອວັນທີ 27 ມິຖຸນາຜ່ານມາຢູ່ເຂດໂຄລເວຊີ ແຂວງລູອາບາບາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 43 ລາຍ ແຕ່ສຳນັກງານກາຊາດ ແລະ ກຸ່ມປ້ອງກັນໄພພົນລະເຮືອນທ້ອງຖິ່ນໄດ້ລະບຸວ່າໂຕເລກຂອງຜູ້ເສຍຊີວິດອາດສູງເຖິງ 60-80 ລາຍ.

ທັງນີ້ ການລາຍງານໂຕເລກຜູ້ເສຍຊີວິດຍັງບໍ່ເປັນທີ່ຊັດເຈນ ຂະນະທີ່ເຂດເໝືອງທີ່ປະຊາຊົນລັກລອບເຂົ້າໄປຂຸດແມ່ນເປັນພື້ນທີ່ສຳປະທານຂອງບໍລິສັດເໝືອງແຮ່ທອງແດງຄາໂມໂຕ ຄັອບເປີ ພຳພານີ ຫຼື ເຄຊີຊີ ເຄືອຂ່າຍຂອງບໍລິສັດເໝືອງແຮ່ຍັກໃຫຍ່ຂອງໂລກຄື ເກລນຄໍຣ ໃນປະເທດສະວິດເຊີແລນ.

ເບື້ອງຕົ້ນຖະແຫຼງການຂອງບໍລິສັດເກລນຄໍຣລະບຸວ່າ ມີຜູ້ເສຍຊີວິດ 19 ລານ ແຕ່ອາດມີຜູ້ເສຍຊີວິດຫຼາຍກວ່ານີ້ ຊຶ່ງໃນວັນທີ 28 ມິຖຸນາທີ່ເຈົ້າໜ້າທີ່ໄດ້ເປີດເຜີຍວ່າ ມີຜູ້ເສຍຊີວິດໃນເຫດການດັ່ງກ່າວຢ່າງໜ້ອຍ 43 ລາຍ ຂະນະທີ່ໜຶ່ງໃນຜູ້ບໍລິຫານຂອງບໍລິສັດດັ່ງກ່າວໄດ້ຮັບແຈ້ງຈາກຜູ້ບໍລິຫານເຄຊີຊີວ່າ ມີຊາວບ້ານບຸກລຸກເຂົ້າໄປລັກລອບຂຸດແຮ່ໃນເຂດບໍລິສັດເພີ່ມຂຶ້ນເລື້ອຍໆສະເລ່ຍ 2.000 ຄົນຕໍ່ມື້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...