spot_img
Homeນານາສາລະອາການປວດທ້ອງປະຈຳເດືອນແບບໃດຄວນໄປພົບແພດ!

ອາການປວດທ້ອງປະຈຳເດືອນແບບໃດຄວນໄປພົບແພດ!

Published on

ການມີປະຈຳເດືອນແມ່ນເປັນເລື່ອງທຳມະຊາດຂອງແມ່ຍິງທີ່ເຂົ້າສູ່ໄວຈະເລີນພັນ ເມື່ອເລີ່ມມີປະຈຳເດືອນແມ່ຍິງສ່ວນໃຫຍ່ຈະມີອາການປວດທອງປະຈຳເດືອນ ບາງຄົນອາດຄິດວ່າອາການປວດນັ້ນເປັນເລື່ອງທຳມະດາທີ່ເກີດຂຶ້ນໃນລະຫວ່າງມີປະຈຳເດືອນ ແຕ່ທ່ານກໍບໍ່ຄວນຖືເບົາກັບອາການປວດປະຈຳເດືອນ ດັ່ງນັ້ນ ເຮົາມາຊອກຮູ້ໄປພ້ອມໆກັນເລີຍວ່າ ອາການປວດປະຈຳເດືອນແບບໃດທີ່ຄວນໄປພົບແພດໂດຍດ່ວນ.

ອາການປວດປະຈຳເດືອນທີ່ຜິດປົກກະຕິ ແລະ ຄວນໄປພົບແພດ

  • ມີອາການປວດປະຈຳເດືອນແຮງ ໂດຍຊ່ວງທີ່ປວດປະຈຳເດືອນທຳອິດອາດພໍທົນໄດ້ ແຕ່ຕໍ່ມາມັນຈະເພີ່ມຄວາມຮຸນແຮງຂຶ້ນ ເລື້ອຍໆ ແລະ ຈະຮູ້ສຶກປວດຮຸນແຮງໃນໄລຍະ 1-2 ມື້ຂອງການເລີ່ມມີປະຈຳເດືອນ
  • ປວດທ້ອງປະຈຳເດືອນຢ່າງຮຸນແຮງຈົນຕອງໄດ້ກິນຢາແກ້ປວດເກີນ 1 ຄັ້ງຕໍ່ມື້ ຫຼື ເຄີຍສັກຢາແກ້ປວດຫຼາຍກວ່າ 1 ຄັ້ງຕໍ່ມື້
  • ໃນຂະນະມີປະຈຳເດືອນຈະມີອາການປວດທ້ອງໜັກ
  • ປວດ ແລະ ເຈັບໃນເວລາກົດທີ່ບໍລິເວນທ້ອງນ້ອຍເບື້ອງໃດເບື້ອງໜຶ່ງ ແລະ ມັກມີອາການປວດປະຈຳເດືອນລາມລົງມາທີ່ຊ່ອງຄອດຂ້າງດຽວກັນ ຫຼື ປວດລາມໄປທີ່ຂາ
  • ປວດປະຈຳເດືອນຮຸນແຮງຮ່ວມກັບການມີເລືອດອອກເລັກນ້ອຍ ຫຼື ມີປະຈຳເດືອນມາຫຼາຍກວ່າປົກກະຕິ ໃນບາງຄົນອາດມີປະຈຳເດືອນມາຫຼາຍກວ່າ 1 ຄັ້ງຕໍ່ເດືອນ
  • ມີອາການປວດທ້ອງໃນຂະນະມີເພດສຳພັນຫຼັງຈາກສຸດປະຈຳເດືອນ

ຫາກທ່ານໃດມີອາການປວດປະຈຳເດືອນແບບທີ່ກ່າວມາຂ້າງເທິງນີ້ກໍບໍ່ຄວນຖືເບົາ ເພາະມີຄວາມສ່ຽງທີ່ຈະເປັນພະຍາດຊີ້ນປົ່ງປາກມົດລູກ ຊີ້ນປົ່ງຮັງໄຂ່ ປີກມົດລູກອັກເສບ ມະເຮັງລຳໄສ້ໃຫຍ່ ໄສ້ຕິ່ງອັກເສບ ໜິ້ວໃນທໍ່ນ້ຳບີ ແລະ ພະຍາດອື່ນໆທີ່ກ່ຽວກັບມົດລູກ.

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: www.chularat.com

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...