spot_img
Homeຂ່າວທ້ອງຖິ່ນ"Thaan Fun Organic Farm" ຜະລິດຕະພັນປອດສານພິດທີ່ເປັນມິດຕໍ່ສິ່ງແວດລ້ອມ

“Thaan Fun Organic Farm” ຜະລິດຕະພັນປອດສານພິດທີ່ເປັນມິດຕໍ່ສິ່ງແວດລ້ອມ

Published on

ການນຳໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງທຳມະຊາດກຳລັງໄດ້ຮັບຄວາມນິຍົມ ເພາະໃນປັດຈຸບັນຄົນສ່ວນໃຫຍ່ຫັນມາໃສ່ໃຈເລື່ອງຂອງສຸຂະພາບ ແລະ ການຮັກສາສິ່ງແວດລ້ອມຫຼາຍຂຶ້ນກວ່າໄລຍະທີ່ຜ່ານມາ ຊຶ່ງຢູ່ໃນລາວກໍມີກຸ່ມທີ່ຜະລິດສິນຄ້າປະເພດນີ້ອອກຈຳໜ່າຍ ແຕ່ກໍຍັງຢູ່ໃນວົງແຄບ ແລະ ມີໜ້ອຍຄົນທີ່ຮູ້ຈັກ.

ທານຝັນອໍການິກຟາມ (Thaan Fun Organic Farm) ຊື່ນີ້ອາດຍັງບໍ່ເປັນທີ່ຮູ້ຈັກຫຼາຍປານໃດ ແຕ່ຜະລິດຕະພັນຂອງເຂົາເຈົ້າເປັນທີ່ໜ້າສົນໃຈ ເນື່ອງຈາກວ່າສະກັດມາຈາກວັດຖຸດິບທຳມະຊາດ ແລະ ໃຊ້ໄດ້ແທ້ ທັງມີປະສິດທິພາບ ພ້ອມທັງມີການຫຸ້ມຫໍ່ທີ່ໜ້າດຶງດູດໃຈ ຜະລິດຕະພັນຂອງເຂົາເຈົ້າປະກອບມີ ນໍ້າຢາຖູພື້ນ ນໍ້າຢາລ້າງຖ້ວຍ ນໍ້າຢາສະຫົວໝາກຂີ້ຫູດ ນໍ້າຢານວດຜົມໝາກຂີ້ຫູດ ​ນໍ້າຢາຊັກເຄື່ອງ ຜະລິດຕະພັນທັງໝົດເຫຼົ່ານີ້ສາມາດເກັບຮັກສາໄວ້ໄດ້ດົນເຖິງ 1-2 ປີ ກຸ່ມລູກຄ້າສ່ວນໃຫຍ່ຈະເປັນຊາວຕ່າງຊາດ ສ່ວນຄົນລາວກໍມີພຽງບາງກຸ່ມຄົນທີ່ນິຍົມໃຊ້ສິນຄ້າປະເພດນີ້ ຫາກທ່ານໃດສົນໃຈຜະລິດຕະພັນກໍສາມາດຫາຊື້ໄດ້ທີ່ຮ້ານດັກແດ້.

ທ້າວ ແຊັກ ອະພິວົງ (Zack Aphivong) ເຈົ້າຂອງທານຟັນອໍການິກຟາມໄດ້ໃຫ້ຂໍ້ມູນກັບນັກຂ່າວລາວໂພສວ່າ ທານຝັນອໍການິກຟາມສ້າງຂຶ້ນ 2-3 ປີທີ່ຜ່ານມາ ຊຶ່ງມີຄວາມຄິດເລີ່ມຈາກການທີ່ຕົນເອງໄດ້ເຄີຍເຮັດວຽກກັບອົງການສາກົນ ແລະ ໄດ້ມີຄວາມຮູ້ກ່ຽວກັບເລື່ອງນີ້ໃນລະຫວ່າງການເຮັດວຽກຈຶ່ງມີຄວາມຄິດນຳເອົາບົດຮຽນທີ່ໄດ້ມາສ້າງເປັນຜະລິດຕະພັນ ເບື້ອງຕົ້ນໄດ້ມີການເຕົ້າໂຮມຄົນໃນຊຸມຊົນຜູ້ທີ່ວ່າງງານມາຮ່ວມຕົວກັນເຮັດກິດຈະກຳ ແຕ່ຍ້ອນເກີດມີຄວາມຫຍຸ້ງຍາກຫຼາຍປັດໄຈຈຶ່ງງເຮັດໃຫ້ປັດຈຸ ບັນເຫຼືອພຽງຄົນໃນຄອບຄົວທີ່ເປັນແຮງງານຫຼັກ ຫຼື ເຮັດນຳກັນແບບທຸລະກິດຄອບຄົວເທົ່ານັ້ນ ສຳລັບແຜນການຂະຫຍາຍຕະຫຼາດໃນອະນາຄົດຕອນນີ້ແມ່ນຍັງບໍ່ມີແຜນທີ່ແນ່ນອນເທື່ອເພາະວ່າຍັງມີຄວາມຫຍຸ້ງຍາກຫຼາຍປະກາດ.

ຜະລິດຕະພັນປອດສານຜິດເຫຼົ່ານີ້ເປັນສິນຄ້າທີ່ສ້າງຂຶ້ນມາຈາກຄົນລາວ 100% ວັດຖຸດິບທີ່ນຳໃຊ້ໃນການຜະລິດກໍ່ເປັນວັດຖຸດິບທີ່ຢູ່ໃນທ້ອງຖິ່ນ ເຊິ່ງຜ່ານການໝັກແບບຊີວະພາບເປັນຢ່າງດີ ຮັບປະກັນເລື່ອງຄວາມສະອາດ ສິນຄ້າປອດສານເຄມີ ແລະ ມີຄຸນນະພາບດີ ມີການຫຸ້ມຫໍ່ທີ່ທັນສະໄໝ ແລະ ໃຊ້ງ່າຍຈົນຢາກໃຫ້ທຸກຄົນໄດ້ລອງ ທີ່ສຳຄັນນອກຈາກສິນຄ້າຈະເປັນມິດຕໍ່ສິ່ງ ແວດລ້ອມແລ້ວຍັງເປັນການສົ່ງເສີມໃຫ້ຄົນລາວມີອາຊີບ ເປັນການສົ່ງເສີມໃນພາກຂອງເສດຖະກິດລາວໃຫ້ມີການຂະຫຍາຍຕົວໃນດ້ານຂອງທຸລະກິດແບບ SME ໄດ້ອີກດ້ວຍ ຊຶ່ງສອດຄ່ອງກັບຄຳຂວັນທີ່ວ່າ “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ”.

ຂຽນໂດຍ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ທ້າວ ແຊັກ ອະພິວົງ ເຈົ້າຂອງທານຝັນອໍການິກຟາມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...