spot_img
Homeນານາສາລະນອນບໍ່ພໍອາດສົ່ງຜົນຕໍ່ສຸຂະພາບຈິດ

ນອນບໍ່ພໍອາດສົ່ງຜົນຕໍ່ສຸຂະພາບຈິດ

Published on

ຜົນການວິໄຈໃໝ່ຈາກນັກສຶກສາໃນມະຫາວິທະຍາໄລອະຣິໂຊນາໃນເມືອງທູຊອນ ລັດອະຣິໂຊນາ ອາເມຣິກາທີ່ສຶກສາກ່ຽວກັບການນອນຫຼັບພັກຜ່ອນບໍ່ພຽງພໍໃນແຕ່ລະວັນອາດເຊື່ອມໂຍກັບຄວາມສ່ຽງດ້ານສຸຂະພາບຈິດ ໂດຍສະເພາະໃນກຸ່ມນັກສຶກສາມະຫາວິທະຍາໄລ.

ຈາກການວິເຄາະຂໍ້ມູນຈາກນັກສຶກສາຫຼາຍກວ່າ 110.000 ຄົນທີ່ເຂົ້າມາປະເມີນພາວະສຸຂະພາບແຫ່ງຊາດພົບວ່າ ການນອນຫຼັບບໍ່ພຽງພໍເຊື່ອມໂຍງກັບພາວະສຸຂະພາບຈິດເພີ່ມຂຶ້ນ 19-29% ເກີດອາການເຫງົາເພີ່ມຂຶ້ນ 25% ອາການຊຶມເສົ້າເພີ່ມຂຶ້ນ 21% ມີຄວາມວິຕົກກັງວົນເພີ່ມຂຶ້ນ 25% ຢາກທຳຮ້າຍຕົນເອງເພີ່ມຂຶ້ນ 25% ຄິດຂ້າໂຕຕາຍເພີ່ມຂຶ້ນ 28% ແລະ ມີອາການອ່ອນເພຍເພີ່ມຂຶ້ນ 29%.

ໂດຍຜົນວິໄຈສະຫຼຸບວ່າ ການນອນຫຼັບພັກຜ່ອນບໍ່ພຽງພໍໃນແຕ່ລະຄືນຈະກໍ່ໃຫ້ເກີດຄວາມສ່ຽງຂອງອາການສຸຂະພາບຈິດເພີ່ມຂຶ້ນປະມານ 20% ຊຶ່ງຈະຊ່ວຍໃຫ້ຜູ້ທີ່ໃຫ້ບໍລິການດ້ານ ການແພດ ແລະ ມະຫາວິທະຍາໄລເລັງເຫັນເຖິງຄວາມສຳຄັນຂອງການນອນ ຫຼັບພັກຜ່ອນ ຊຶ່ງບໍ່ພຽງແຕ່ຈະຊ່ວຍໃຫ້ສຸຂະພາບຮ່າງກາຍໂດຍລວມດີແລ້ວ ຍັງຊ່ວຍໃນເລື່ອງຂອງສຸຂະພາບຈິດອີກດ້ວຍ ໂດຍແພດຜູ້ຊ່ຽວຊານໄດ້ແນະນຳວ່າ ຄວນນອນຫຼັບພັກຜ່ອນໃຫ້ໄດ້ 7-8 ຊົ່ວໂມງຕໍ່ຄືນ ພ້ອມກັບການດື່ມນ້ຳສະອາດ ແລະ ໝັ່ນອອກກຳລັງການຢ່າງສະໝ່ຳສະເໝີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...