spot_img
Homeຂ່າວຕ່າງປະເທດເຫດແຜ່ນດິນໄຫວໃນທະເລອິນໂດເນເຊຍລະດັບ 7,6 ແມັກນີຈູດ

ເຫດແຜ່ນດິນໄຫວໃນທະເລອິນໂດເນເຊຍລະດັບ 7,6 ແມັກນີຈູດ

Published on

ເມື່ອເວລາປະມານ 10:53 ນາທີ (ຕາມເວລາທ້ອງຖິ່ນ) ຂອງວັນທີ 24 ມິຖຸນາ 2019  ສູນເຄືອຂ່າຍແຜ່ນດິນໄຫວຂອງຈີນກວດພົບແຮງສັ່ນສະເທືອນທີ່ວັດແທກລະດັບຄວາມຮຸນແຮງໄດ້ 7,6 ແມັກນີຈູດ ຂະນະທີ່ສຳນັກທໍລະນີວິທະຍາຂອງອາເມຣິກາໄດ້ລະບຸວ່າ ພົບແຜ່ນດິນໄຫວຂະໜາດ 7,3 ແມັກນີຈູດທີ່ມີຈຸດສູນກາງໃນທະເລບັນດາ ແລະ ຢູ່ເລິກລົງໄປ 208 ກີໂລແມັດ.

ເຫດການດັ່ງກ່າວເກີດຂຶ້ນພາຍຫຼັງບໍ່ເທົ່າໃດຊົ່ວໂມງທີ່ເກີດແຜ່ນດິນໄຫວລະດັບແຮງສັ່ນສະເທື່ອນລະດັບ 6,1 ແມັກນີຈູດຫ່າງຈາກເມືອງອາເບປຸຣະໃນແຂວງປາປົວ ໄປທາງຕາເວັນຕົກປະມານ 240 ກີໂລແມັດ ແລະ ເລິກລົງໄປ 21 ກີໂລແມັດ ເບື້ອງຕົ້ນຍັງບໍ່ມີປະກາດເຕືອນຄື້ນຍັກສຶນາມິ ແລະ ຍັງມີພົບຜູ້ເສຍຊີວິດ ລວມເຖິງຄວາມເສຍຫາຍຮ້າຍແຮງ ທັງນີ້ ອິນໂດເນເຊຍຕັ້ງຢູ່ເທິງວົງແຫວນໄຟ ຈຶ່ງເກີດແຜ່ນດິນໄຫວເລື້ອຍໆ ຂະນະທີ່ເມື່ອປີຜ່ານມາກໍເກີດເຫດການແຜ່ນດິນໄຫວຂະໜາດ 7,5 ແມັກນີຈູດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2.200 ລາຍ.

ຖືເປັນຄວາມສູນເສຍຄັ້ງໃຫຍ່ທີ່ສຸດໃນຮອບ 14 ປີ ຫຼັງເກີດເຫດແຜ່ນດິນໄຫວລະດັບ 9,1 ແມັກນີຈູດໃນແຂວງອາເຈະເມື່ອປີ 2004 ຊຶ່ງກໍ່ໃຫ້ເກີດຄື້ນຍັກສຶນາມິ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 170.000 ລາຍໃນຫຼາຍປະເທດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...