spot_img
Homeຂ່າວທ້ອງຖິ່ນໂຄງການຍົກລະດັບເສັ້ນທາງເຂດຕານມີໄຊ-ສີເກີດ ສຳເລັດກວ່າ 60%

ໂຄງການຍົກລະດັບເສັ້ນທາງເຂດຕານມີໄຊ-ສີເກີດ ສຳເລັດກວ່າ 60%

Published on

ໂຄງການຍົກລະດັບເສັ້ນທາງທີ່ມີຄວາມຍາວ 9,4 ກີໂລແມັດລະຫວ່າງເສັ້ນທາງຈາກຕານມີໄຊ ເມືອງໄຊທານີ ຫາບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເມື່ອສໍາເລັດການປັບປຸງຖະໜົນກໍຈະເປັນເງື່ອນໄຂສໍາລັບຊາວຄ້າ-ຂາຍ ແລະ ປະຊາຊົນຈຳນວນບໍ່ໜ້ອຍ ທັງນີ້ ເສັ້ນທາງດັ່ງກ່າວແມ່ນເຊື່ອມຕໍ່ຖະໜົນເລກທີ 13 ເໜືອ ຖະໜົນສາຍ 450 ແລະ ຜ່ານທາງມະຫາວິທະຍາໄລແຫ່ງຊາດ.

ທ່ານ ສົມປະສົງ ຈັນທະວົງ ຜູ້ອໍານວຍການໂຄງການປຶກສາຫາລືໄດ້ກ່າວວ່າ ປັດຈຸບັນໂຄງການດັ່ງກ່າວແມ່ນຄືບໜ້າ 62,53% ແລະ ພະນັກງານກໍາລັງເລັ່ງການກໍ່ສ້າງເພື່ອໃຫ້ເສັ້ນທາງດັ່ງກ່າວໄດ້ຮັບການປັບປຸງໃນທ້າຍປີນີ້ “ພວກເຮົາກໍາລັງສ້ອມແປງພື້ນທີ່ຖະໜົນເພື່ອເຮັດໃຫ້ການໄປມາສະດວກສະບາຍຍິ່ງຂຶ້ນ.

ການຍົກລະດັບປັບປຸງເສັ້ນທາງສາຍດັ່ງກ່າວມີມູນຄ່າ 45,1 ລ້ານໂດລາ ຫຼື ປະມານ 367 ຕື້ກີບລວມທັງດອກເບ້ຍ ຂະນະທີ່ກຸ່ມບໍລິສັດ ຕັງຈະເລີນ (Tangchaleun Group Co Ltd) ກໍໄດ້ອອກທຶນສຳລັບການກໍ່ສ້າງໃນໄລຍະທີ່ຜ່ານມາ ແລະລັດຖະບານຈະຈ່າຍຄືນໃຫ້ບໍລິສັດໃນໄລຍະ 7 ປີໃນອັດຕາດອກເບ້ຍປະກັນ 3.5% ຕໍ່ປີ ເສັ້ນທາງສາຍດັ່ງກ່າວມີຄວາມກວ້າງ 28 ແມັດ ມີທັງໝົດ 6 ເລນ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...