spot_img
Homeຂ່າວພາຍ​ໃນປະຊາຊົນໂທເຂົ້າສາຍດ່ວນສະພາຫຼາຍກວ່າ 300 ສາຍ

ປະຊາຊົນໂທເຂົ້າສາຍດ່ວນສະພາຫຼາຍກວ່າ 300 ສາຍ

Published on

ນັບແຕ່ວັນທີ 5-19 ເດືອນມິຖຸນາ 2019 ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ປະຊາຊົນໃນຂອບເຂດທົ່ວປະເທດໄດ້ໂທເຂົ້າສາຍດ່ວນສະພາຫຼາຍກວ່າ 340 ສາຍ ເພື່ອໃຫ້ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງແກ້ໄຂບັນຫາຕ່າງໆທັງໃນຂົງເຂດເສດຖະກິດ ວັດທະນະທຳ-ສັງຄົມ ໃນນັ້ນ ຫຼາຍກວ່າໝູ່ແມ່ນບັນຫາທີ່ດິນ ຄ່າໄຟຟ້າ ແລະ ຜົນກະທົບຈາກສານເຄມີປູກກ້ວຍ ທາງລົດໄຟລາວ-ຈີນ ຕາມລຳດັບ.

ຕາມການລາຍງານຈາກໜ່ວຍງານສາຍດ່ວນໃຫ້ຮູ້ວ່າ ນັບແຕ່ມື້ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ແຕ່ວັນທີ 5-19 ເດືອນມິຖຸນາ 2019 ຜ່ານມານີ້  ປະຊາຊົນລາວບັນດາເຜົ່າທົ່ວປະເທດໄດ້ຕິດຕາມການດຳເນີນກອງປະຊຸມຂອງສະພາ ແລະ ທັງໄດ້ໂທເຂົ້າຫາສາຍດ່ວນເພື່ອສະເໜີໃຫ້ລັດຖະບານກໍຄືພາກສ່ວນກ່ຽວຂ້ອງເອົາໄປພິຈາລະນາແກ້ໄຂ ໃຫ້ຄວາມເປັນທຳແກ່ເຂົາເຈົ້າ ຊຶ່ງບັນຫາທີ່ພົ້ນເດັ່ນແມ່ນກ່ຽວກັບທີ່ດິນມີເກືອບ 50 ສາຍ ບັນຫາຄ່າໄຟຟ້າແພງ 20 ກວ່າສາຍ ການສຶກສາ 18 ສາຍ ແລະ ບັນຫາຜົນກະທົບຈາກສານເຄມີຂອງໂຄງການປູກກ້ວຍລາວ-ຈີນ 12 ສາຍ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລາວ-ຈີນ 12 ສາຍ ແລະ ບັນຫາອື່ນໆ ນອກຈາກນີ້ ຍັງໄດ້ຮັບເອກະສານຂໍຮ້ອງຄວາມເປັນທຳ 18 ສະບັບ ແນວໃດກໍຕາມ ທຸກໆບັນຫາທີ່ປະຊາຊົນສະເໜີມາກໍຈະສົ່ງໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂຕາມຄວາມເໝາະສົມ.

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ຈະດຳເນີນໄປເຖິງວັນທີ 25 ມິຖຸນາ 2019 ຖ້າທ່ານມີບັນ ຫາໃດກໍສາມາດໂທເຂົ້າສາຍດ່ວນຂອງສະພາໄດ້ທີ່ໝາຍເລກ 156.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...