spot_img
Homeຂ່າວທ້ອງຖິ່ນພົບການລະບາດຂອງພະຍາດອະຫິວາໝູອາຟຣິກາຄັ້ງທຳອິດໃນພາກໃຕ້ຂອງລາວ

ພົບການລະບາດຂອງພະຍາດອະຫິວາໝູອາຟຣິກາຄັ້ງທຳອິດໃນພາກໃຕ້ຂອງລາວ

Published on

ລາຍງານຂອງອົງການພະຍາດລະບາດສັດລະຫວ່າງປະເທດຊຶ່ງລະບຸວ່າມີການລະບາດຂອງພະຍາດອະຫິວາໝູອາຟຣິກາໃນ ສປປ ລາວ ໃນນັ້ນ ພົບຢູ່ໃນ 7 ບ້ານຢູ່ໃນແຂວງສາລະວັນ ສົ່ງຜົນໃຫ້ມີໝູຕາຍກວ່າ 973 ໂຕ ຂໍ້ມູນດັ່ງກ່າວໄດ້ຮັບການຢັ້ງຢືນຈາກກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ຂອງລາວເມື່ອວັນທີ 20 ມິຖຸນາຜ່ານມາ.

ຂະນະທີ່ລາຍງານລະບຸອີກວ່າ ການລະບາດໃນຄັ້ງນີ້ເກີດຂຶ້ນໃນ 7 ບ້ານໃນເມືອງຕຸ້ມລານ ແຂວງສາລະວັນ ຊຶ່ງປະກອບມີ ບ້ານສາ ມັກຄີໄຊ ບ້ານດິນດາກ ບ້ານໂພນງາມ ບ້ານແກ້ງຮັງ ບ້ານນາລະຈາງ ບ້ານຫ້ວຍຫວ້າ ແລະ ບ້ານນາຮ່ອງໃຫຍ່ ໂດຍການລະບາດຄັ້ງທຳອິດເລີ່ມແຕ່ວັນທີ 2 ມິຖຸນາ 2019 ແລະ ໄດ້ຮັບການຢັ້ງຢືນຢ່າງເປັນທາງການເມື່ອວັນທີ 17 ມິຖຸນາ 2019 ທີ່ຜ່ານມາ.

ສຳລັບມາດຕະການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວທີ່ທາງການໄດ້ດຳເນີນການແລ້ວຄື ຄວບຄຸມການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູພາຍໃນປະເທດ ການຂ້າເຊື້ອ ອະນຸຍາດໃຫ້ມີການສັກຢາວັກຊີນ (ວັກຊີນທີ່ສາມາດນຳໃຊ້ໄດ້) ສ່ວນມາດຕະການທີ່ຈະດຳເນີນຕໍ່ໄປກໍຄື ຕິດຕາມກວດການອກພື້ນທີ່ຈຳກັດ ຫຼື ພື້ນທີ່ປ້ອງກັນ ຕິດຕາມກວດກາພາຍໃນພື້ນທີ່ຈຳກັດ ຫຼື ປ້ອງ ກັນ ແລະ ກຳຈັດພະຍາດດັ່ງກ່າວດ້ວຍວິທີການທີ່ຮັດກຸມ.

ພະຍາດອະຫິວາໝູອາຟຣິກາມີການແຜ່ລະບາດໃນໝູ ຊຶ່ງຈະບໍ່ມີຜົນກະທົບທາງສຸຂະພາບ ແລະ ບໍ່ສາມາດຕິດຕໍ່ສູ່ຄົນໄດ້ ຊຶ່ງເມື່ອປະມານເດືອນສິງຫາ 2018 ຜ່ານມາໄດ້ເກີດການແຜ່ລະບາດໃນປະເທດຈີນ ແລະ ເຂົ້າສູ່ຫວຽດນາມເມື່ອຕົ້ນປີຜ່ານມາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...