spot_img
Homeຂ່າວພາຍ​ໃນສສຊ ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເອກະສານສະບັບສ້າງໃໝ່

ສສຊ ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເອກະສານສະບັບສ້າງໃໝ່

Published on

​ໃນ​ວາລະ​ດຳ​ເນີນ​ກອງ​ປະ​ຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 20 ມິຖຸນາ 2019 ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍເອກະສານສະບັບສ້າງໃໝ່ ຫຼັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໂດຍລວມແລ້ວແມ່ນເຫັນດີເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີ ສສຊ ບາງທ່ານສະເໜີໃຫ້ຕັດອອກ ແລະ ຕື່ມບາງຄຳສັບທີ່ເຫັນວ່າຍັງບໍ່ຖືກຕ້ອງ ຮັດກຸມ ແລະ ບໍ່ສອດຄ່ອງຕາມແນວທາງເທົ່າທີ່ຄວນ.

ຮ່າງກົດໝາຍ​ວ່າ​ດ້ວຍ​ເອກະສານປະ​ກອບ​ມີ 10 ພາກ 16 ໝ​ວດ 100 ມາດຕາ ສ້າງຂຶ້ນເພື່ອເປັນ​ບ່ອນ​ອີງ​ໃຫ້​ແກ່​ບັນດາ​ອົງ ການ​ຈັດ​ຕັ້ງ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານຄຸ້ມ​ຄອງ ​ແລະ ສຳ​ເນົາ​ເອກະສານໃຫ້​ມີ​ຄວາມ​ເອກະ​ພາບ ​ເປັນ​ລະບົບໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ທ່ານ ນາງ ແສງສຸວັນ ຊຸຍພະສິດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈຳປາສັກໄດ້ມີຄຳເຫັນໃນມາດຕາ 62 ການປົກປັກຮັກສາເອກະສານຂອງອົງການຈັດຕັ້ງ ໂດຍທ່ານໄດ້ສະເໜີໃຫ້ອົງການຈັດຕັ້ງຂັ້ນສູງກາງ ແລະ ທ້ອງຖິ່ນສ້າງຫ້ອງສຳ ເນົາເອກະສານ ຫຼື ສະຖານທີ່ປົກປັກຮັກສາເອກະສານໃຫ້ເປັນຮູບປະທຳ ປະກອບວັດຖຸອຸປະກອນ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝເພື່ອປົກປັກຮັກສາເອກະສານໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ງ່າຍຕໍ່ການຄົ້ນຫາ ແລະ ອື່ນໆ.

ພ້ອມດຽວກັນນັ້ນ ບັນດາ ສສຊ ຍັງໄດ້ປະກອບຄຳເຫັນໃສ່ມາດຕາ 2 ວ່າດ້ວຍເອກະສານ ມາດຕາ 8 ລັກສະນະເອກະສານ ມາດ ຕາ 9 ເອກະສານທົ່ວໄປ ມາດຕາ 10 ເອກະສານປະຫວັດສາດ ຊຶ່ງ ສສຊ ໄດ້ສະເໜີໃຫ້ຄະນະຮັບຜິດຊອບເບິ່ງຄືນ ແລະ ອະທິບາຍຄຳສັບໃຫ້ລະອຽດ ຈະແຈ້ງ ຮັດກຸມຂຶ້ນກວ່າເກົ່າ ແນໃສ່ໃຫ້ຮ່າງກົດໝາຍດັ່ງກ່າວມີຄວາມຈະແຈ້ງ ສົມບູນ ສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ-ລັດວາງອອກ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...