Homeຂ່າວພາຍ​ໃນສປປ ລາວ ສົ່ງອອກສິນຄ້າໄປໄທຫຼາຍທີ່ສຸດພາຍໃຕ້ສິດທິພິເສດດ້ານການຄ້າ

ສປປ ລາວ ສົ່ງອອກສິນຄ້າໄປໄທຫຼາຍທີ່ສຸດພາຍໃຕ້ສິດທິພິເສດດ້ານການຄ້າ

Published on

ໃນປີ​ 2019 ສປປ ລາວ ສາມາດສົ່ງອອກສິນຄ້າພາຍໃຕ້ສິດທິພິເສດທາງການຄ້າລວມມີ 37 ປະເທດ ໃນນັ້ນ ສົ່ງອອກໄປຍັງປະເທດໄທຫຼາຍເປັນອັບດັບ 1 ຮອງລົງມາແມ່ນ ສສ ຫວຽດນາມ ແລະ ສປ ຈີນ ຕາມລຳດັບ ຂະນະທີ່ກຸ່ມປະເພດສິນຄ້າທີ່ສົ່ງອອກຫຼາຍທີ່ສຸດປະກອບມີສິນຄ້າອຸດສາຫະກຳ ມູນຄ່າປະມານ 637,56 ລ້ານໂດລາ ສິນຄ້າກະສິກຳ 406,94 ລ້ານໂດລາ ແລະ ສິນຄ້າປະເພດແຮ່ທາດ ມີມູນຄ່າປະມານ 89,50 ລ້ານໂດລາ.

ໂດຍອ້າງການເປີດເຜີຍຂອງ ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າວ່າ ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າພາຍໃນ (ສິດທິພິເສດດ້ານການຄ້າແບບຝ່າຍດຽວ) ຫຼື GSPs ແລະ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຫຼື FTAs ທັງນີ້ ການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າໃນປີຜ່ານມາສາມາດບັນລຸໄດ້ 1,31 ຕື້ໂດລາ ກວມ 24,30% ຂອງມູນຄ່າສົ່ງອອກທັງໝົດທີ່ມີມູນຄ່າ 5,41 ຕື້ໂດລາ ໃນນັ້ນ ສົ່ງອອກໄປຍັງປະເທດໄທມູນຄ່າ 425,86 ລ້ານໂດລາ ສສ ຫວຽດນາມມູນຄ່າປະມານ 332,85 ລ້ານໂດລາ ແລະ ສົ່ງອອກໄປຍັງ ສປ ຈີນ ມູນຄ່າປະມານ 250,95 ລ້ານໂດລາ.

ທັງນີ້ ການຈັດຕັ້ງປະຕິບັດບັນດາສັນຍາການຄ້າຂອງອົງການອະນາໄມໂລກ ຫຼື WTO ກໍມີສ່ວນຊ່ວຍຊຸກຍູ້ດ້ານການສົ່ງອອກບໍ່ວ່າຈະເປັນ ການຈັດຕັ້ງປະຕິບັດສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າທີ່ ສປປ ລາວ ໄດ້ລົງນາມເມື່ອປີ 2015 ອັນໄດ້ເປັນບ່ອນອີງສຳຄັນໃຫ້ແກ່ການປັບປຸງວຽກງານອຳນວຍຄວາມສະດວກດ້າການຄ້າພາຍໃນປະເທດ ຂະນະທີ່ກະຊວງອຸດສາ ຫະກຳ ແລະ ການຄ້າກໍຄືກົມນຳເຂົ້າ ແລະ ສົ່ງອອກກໍໄດ້ເປັນເຈົ້າການໃນການຜັນຂະຫຍາຍຄຳສັ່ງດັ່ງກ່າວ ໂດຍສະເພາະແມ່ນປັບ ປຸງການຫັນເປັນທັນສະໄໝ ໂດຍການນຳໃຊ້ການອອກໃບອະນຸຍາດ ຫຼື ຢັ້ງຢືນຕ່າງໆຜ່ານລະບົບເອເລັກໂຕຣນິກ (e-CO) ແລະ ລະບົບແຈ້ງພາສີປະຕູດຽວ ສ້າງມາດຕະຖານການບໍລິການ ໂດຍການກຳນົດລາຍລະອຽດ ຂັ້ນຕອນ ເວລາ ແລະ ເອກະສານປະ ກອບໃນການຂໍອະນຸຍາດ ຫຼື ຢັ້ງຢືນຕ່າງໆຢູ່ກົມນຳເຂົ້າ ແລະ ສົ່ງອອກ ລວມທັງກຳນົດເປົ້າໝາຍຫຼຸດຂັ້ນຕອນ ແລະ ເວລາລົງເຄິ່ງໜຶ່ງພາຍໃນປີນີ້ ແລະ ທົບທວນຄືນບັນດາມາດຕະການທາງການຄ້າທີ່ບໍ່ແມ່ນພາສີ (NTMs) ຈຳນວນໜຶ່ງທີ່ຍັງເຫັນວ່າບໍ່ເໝາະ ສົມໃນການຄຸ້ມຄອງ ແລະ ພິຈາລະນາລຶບລ້າງບາງອັນອອກເຊັ່ນ ຢຸດຕິການອອກໃບອະນຸຍາດນຳເຂົ້າສິ້ນສ່ວນພາຫະນະ ນ້ຳມັນດິບ ນ້ຳມັນເຄິ່ງສຳເລັດຮູບເພື່ອມາປະກອບ-ກັ່ນຕອງ ຫຼື ຜະລິດຢູ່ໂຮງງານຕາມຄຳສັ່ງເລກທີ 0535/ອຄ.ກຂອ ລົງວັນທີ 10 ເມສາ 2017 ເຫຼົ່ານີ້ເປັນຕົ້ນ.

ຂະນະທີ່ໃນປີ 2019 ອັນດັບລວມຂອງໂຕເລກຊີ້ວັດການຄ້າຂ້າມແດນຂອງລາວແມ່ນປັບຂຶ້ນ 48 ລະດັບຈາກເມື່ອປີ 2018 ຢູ່ທີ່ອັນດັບ 124 ຂຶ້ນມາເປັນອັນດັບທີ 76 ໃນປີນີ້ ແລະ ໃນລະດັບອາຊຽນ ສປປ ລາວ ແມ່ນຢູ່ໃນອັນດັບທີ 4 ຮອງຈາກສິງກະໂປ ມາເລເຊຍ ແລະ ໄທ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...