Homeຂ່າວພາຍ​ໃນໄທຄາດຫວັງຈະເປັນສູນກາງການຈັດປະຊຸມ ແລະ ການທອ່ງທ່ຽວໃນພາກພື້ນອາຊີ

ໄທຄາດຫວັງຈະເປັນສູນກາງການຈັດປະຊຸມ ແລະ ການທອ່ງທ່ຽວໃນພາກພື້ນອາຊີ

Published on

 ເມື່ອ​ອາ​ທິດ​ຜ່ານ​ມາ ສຳນັກງານສົ່ງເສີມການຈັດປະຊຸມ ແລະ ນິທັດສະການ (ອົງການມະຫາຊົນ)  ປະເທດໄທ ຫຼື ທີເຊບ (TCEB) ຮ່ວມກັບສາຍການບິນ Bangkok Airways ຈັດງານ CLMV Media Familiarization Trip 2019 ໃນຫົວຂໍ້ “ໃຫ້ກຽດການສ້າງຂອງເຈົ້າ” (Honor Your Creation)  ໂດຍ​ມີບັນດາສື່ມວນຊົນຈາກກໍາປູເຈຍ ລາວ ມຽນມາ ແລະ ຫວຽດນາມ ລວມທັງໄທ ​ພາຍ​ໃຕ້ໂຄງການທ່ອງ​ທ່ຽວກຸງເທບ-ພັດທະຍາ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ໜູນ​ຈາກບາງກອກແອເວ ຂະ​ນະ​ທີ່​ຕົວ​ເລ​ກ​ນັກ​ທ່ອງທ່ຽວຈ​າກ ສ​ປ​ປ ລາວ ​ຍັງ​ຕິດ​ອັນ​ດັບ​ 1 ທີ່​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ປ​ະ​ເທດ​ໄທ​.

ທ່ານ ນາງ ນິຊາປາ ຢົດສະວີ (Nichapa Yoswee) ຮອງປະທານຜູ້ອາວຸໂສສະພາບໍລິຫານ TCEB ໄດ້ກ່າວ​ວ່າ ກິດ​ຈະ​ກຳ​ການ​ທ່ອງ​ທ່ຽວ​ຄັ້ງ​ນີ້ (CLMV Media Family Trip 2019) ຖືເປັນຊ່ອງທາງໜຶ່ງ​ເພື່ອ​ດຶງ​ດູດນັກທອ່ງທ່ຽວ ແລະ ນັກທຸລະກິດ​ທັງ​ພາຍ​ໃນ​ ແລ​ະ ຕ່າງ​ປ​ະ​ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຊຶ່ງເມື່ອໃນປີ 2018 ປະເທດໄທໄດ້ຕ້ອນຮັບຜູ້ເດີນທາງ MICE ຕ່າງປະເທດ 1.255.985 ຄົນ ຊຶ່ງເປັນໂຕເລກອັດຕາການເຕີບໂຕ 19,55% ໃນປີ 2017 ມີລາຍໄດ້ 95,623 ລ້ານບາດ ເພີ່ມຂຶ້ນ 810% ຈາກ 2017 ນອກຈາກນັ້ນ ນັກທອ່ງທ່ຽວຈາກ ສປປ ລາວ ຍັງມີໂຕເລກທີ່ສູງສຸດໃນບັນດາປະເທດອາຊ່ຽນທີ່ເດີນທາງເຂົ້າປະເທດໄທໃນປີທີຜ່ານມາ.

ທ່ານ ນາງ ນິຊາປາ ຢົດສະວີ ກ່າວຕື່ມວ່າ ການສຳມະນາຄັ້ງນິ້ກໍເພື່ອເປັນການປະຊາສຳພັນ ແລະ ໂຄສະນາກ່ຽວກັບຄວາມພ້ອມຂອງການຈັດປະຊູມຄຽງຄູ່ກັບການທອ່ງທ່ຽວຂອງປະເທດໄທ ໂດຍສະເພາະຢູ່ບາງກອກ ແລະ ພັດທະຍາ ເພື່ອໃຫ້ບັນດາສື່ມວນຊົນປະເທດລຸ່ມແມ່ນ້ຳຂອງໄດ້ຮັບຮູ້ ເຂົ້າໃຈເຖິງທ່າແຮງບົ່ມຊ້ອນ ແລະ ຄວາມພ້ອມຂອງປະເທດໄທ ນອກຈາກນັ້ນ ຍັງເປັນການເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບຄວາມອາດສາມາດຂອງປະເທດໄທໃນການຈັດກອງປະຊຸມລະດັບພາກພື້ນ ແລະ ສາກົນ.

ປັດຈຸບັນ ປະເທດໄທມີຄວາມສາມາດຈັດປະກອງປະຊຸມລະດັບນ້ອຍຫາໃຫຍ່ ຊຶ່ງສາມາດຮອງຮັບແຂກໄດ້ເຖິງ 10.000 ຄົນ ພ້ອມນີ້ ປະເທດໄທຍັງມີຄວາມສະດວກສະບາຍຫຼາຍດ້ານເຊັ່ນ ການເດີນທາງ ທີ່ພັກ ອາຫານ ແລະ ແຫຼ່ງຊ໋ອບປີ້ງ ລວມເຖິງສະຖານທີ່ທອ່ງທ່ຽວ ແລະ ອື່ນໆ ອັນເປັນເງືອນໄຂທີ່ດີໃຫ້ແກ່ຜູ້ທີ່ເດີນທາງເຂົ້າມາຮ່ວມປະຊຸມທີ່ສາມາດພັກຜ່ອນ ແລະ ທ່ອງທ່ຽວໄປພ້ອມໆກັນ.

TCEB ເປັນໜ່ວຍງານຂອງລັດຖະບານໄທທີ່ຈັດຕັ້ງຂື້ນມາເພື່ອສົ່ງເສີມການຈັດການປະຊູມ MICE (Meetings Incentives Conference and Exhibitions) ທັງນີ້ ກໍເພື່ອອຳນວຍຄວາມສະດວກ ແລະ ພັດທະນາມາດຕະຖານໃນການຈັດງານໃຫ້ສອດຄ່ອງກັບບົດບາດຂອງປະເທດໄທທີ່ມີຄວາມສຳຄັນຫຼາຍຂຶ້ນໃນຖານະທີ່ເປັນປະເທດທີ່ສາມາດຈັດການປະຊຸມໃນລະດັບພາກພື້ນໄດ້ຢ່າງມີປະສິດທິພາບ ແລະ ມີຄວາມມຸ່ງຫັວງທີ່ຈະກາຍເປັນປະເທດທີ່ເປັນສູນກາງໃນການຈັດການປະຊຸມ-ທ່ອງທ່ຽວ ແລະ ຈັດນິທັດສະການລະດັບໂລກຢູ່ໃນເຂດພາກພື້ນອາຊີ.

ທ່ານ Varong Israsena Na Ayudhya ຮອງປະທານຝ່າຍຂາຍບໍລິສັດ Bangkok Airways ກ່າວໃນກອງປະຊຸມຖະ ແຫຼງຂ່າວວ່າ Bangkok Airways ໄດ້​ເຜີຍ​ແຜ່ໃຫ້ແກ່ນັກທຸລະກິດຂອງປະເທດ CLMV ທີ່ຈະເດີນທາງເປັນໝູ່ຄະນະ 30 ຄົນ​ພ້ອມ​ທັງໄດ້ຮັບການຍົກເວັ້ນນ້ຳໜັກຂອງກະເປົ໋າເດີນທາງຈຳນວນ 10 ກີໂລກຣາມ ແລະ ຍັງໄດ້ຮັບການສະສົມຄະແນນເປັນ 2 ເທົ່າ ບັດສິດທິພິເສດ ແລະ ຍັງສາມາດເພີ່ມກະເປົ໋າເດີນທາງໄດ້ອີກ ຊຶ່ງກຸ່ມດັ່ງກ່າວຕ້ອງບິນກັບ Bangkok Airways ຕ້ອງໄດ້ຈົດທະບຽນຢູ່ກ່ອນການເດີນທາງຕັ້ງແຕ່ມີື້ນີ້ຈົນເຖິງວັນທີ 30 ສິງຫາ ແລະ ການເດີນທາງຕ້ອງໃຫ້ສໍາເລັດພາຍໃນ 30 ກັນ​ຍາ 2019.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...