Home​ຂ່າວບັນເທິງສຳເລັດການປະກວດຮ້ອງເພງໂຄງການ “ລັດຟ້າພາສ້າງຝັນ ຄັ້ງທີ 1”

ສຳເລັດການປະກວດຮ້ອງເພງໂຄງການ “ລັດຟ້າພາສ້າງຝັນ ຄັ້ງທີ 1”

Published on

ການປະກວດນັກຮ້ອງສຽງດີ ພາຍໃຕ້ໂຄງການ “ສວນອາຫານລັດຟ້າພາສ້າງຝັນ ຄັ້ງທີ 1” ໄດ້ສິ້ນສຸດລົງໃນວັນທີ 15 ມິຖຸນາ 2019 ທີ່ສວນອາຫານລັດຟ້າ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຮອບຕັດສິນ 10 ຄົນສຸດທ້າຍຈາກການຄັດເລືອກເກືອບ 200 ຄົນ ເປັນໄລຍະເວລາ 3 ເດືອນ ໂຄງການດັ່ງກ່າວເປັນການຮ່ວມມືລະຫວ່າງ ທ່ານ ລັດໃຈດີ ເຈົ້າຂອງສວນອາຫານລັດຟ້າ ແລະ ທ່ານ ທະວີສັກ ທໍາມະວົງສາ ປະທານຄ້າຍເພງ ທີເຄ ຊາວລາວ ພ້ອມທັງ ທ່ານ ຄໍາເກັ່ງ ເພັງປະເສີດ ຜູ້ຈັດການໂຄງການປະກວດ ແລະ ທ່ານ ວັນຄໍາ ສິດທິວັນ ຜູ້ຊ່ວຍຜູ້ຈັດການໂຄງການ.

ຈຸດປະສົງຂອງການຈັດການປະກວດແມ່ນເພື່ອຢາກສົ່ງເສີມໄວໜຸ່ມລາວໃຫ້ມີເວທີໃນການສະແດງຄວາມສາມາດດ້ານການສະແດງຜ່ານການຮ້ອງເພງ ເພື່ອຄັດເລືອກຜູ້ທີ່ມີຄວາມສາມາດຈະເປັນດາວປະດັບໃນວົງການບັນເທີງກໍຄືເປັນສິລະປິນສັງກັດໃນຄ້າຍເພງ ທີເຄ ຊາວລາວ.

  • ລາງວັນຊະນະເລີດໄດ້ແກ່ໝາຍເລກ A08 ນາງ ຫຼ້າໄຂ່ມຸກ ແລະ ໝາຍເລກ A09 ທ້າວ ສຸກພະຈັນ ພົມໂວຫານ ໄດ້ຮັບເງິນລາງວັນ ຄົນລະ 3.000.000 ກີບ ພ້ອມດ້ວຍຂັນລາງວັນຈາກປະທານຄ້າຍເພງ ທີເຄ ຊາວລາວ ແລະ ໄດ້ເປັນນັກຮ້ອງສັງກັດໃນຄ້າຍເພງ ທີເຄ ຊາວລາວ.
  • ລາງວັນຮອງຊະນະເລີດອັນດັບ 2 ໄດ້ແກ່ໝາຍເລກ A10 ທ້າວ ສີຖຸນາ ລໍປາຢ່າວ ໄດ້ຮັບເງິນລາງວັນມູນຄ່າ 1.500.000 ກີບ.
  • ລາງວັນທີ 4-5 ໄດ້ແກ່ໝາຍເລກ A06 ນາງ ກອງແພງ ກິດຕິຍາສົມພອນ ແລະ ໝາຍເລກ A05 ທ້າວ ຈຸ່ນ ອໍາທິດມີໄຊ ໄດ້ຮັບເງິນລາງວັນ ຄົນລະ 500.000 ກີບ.

ພ້ອມນີ້ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ແລະ ລາງວັນຊົມເຊີຍທີ່ຜ່ານເຂົ້າມາໃນຮອບສຸດທ້າຍແມ່ນຈະໄດ້ຮັບໃບຢັ້ງຢືນຜ່ານການປະກວດຈາກຄ້າຍເພງ ທີເຄ ຊາວລາວ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...